ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້

ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ຫົວໜ້າ​ສະຖານກົງສູນ​​ໃຫຍ່ ລາວ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວຄຳເຫັນນະພິທີ
(ພາບ: Hoàng Anh Tuấn/Vietnam+)

(vovworld) - ວັນ​ທີ 2/8, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີມ​ສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) (8/8/1967 – 8/8/2013). ​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ຫົວໜ້າ​ສະຖານກົງສູນ​​ໃຫຍ່​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນັກ​ສຶກສາ​ໃນ​ບໍລິ​ເວນ​ນະຄອນ ​ໂຮ່ຈີ​ມິນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ ຟານ​ທິຮົ່ງຊວນ, ປະທານ​ສະມາ​ຄົມ​ມິດຕະພາບ ຫວຽດນາມ - ອາ​ຊຽນ ​ເນັ້ນ​ໜັກ​ວ່າ: ນັບ​ແຕ່​ວັນ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ຢ່າງ​ແທ້​ຈິງ, ທີ່​ຂາດບໍ່​ໄດ້​ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ດ້ວຍ​ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ພ້ອມ​ກັບ​ນ້ຳ​ໃຈ​ສາມັກ​ຄີ ​ແລະ ຄວາມ​ສາມາດ​ປະພຶດ​ຢ່າງ​ມີ​ໄວ​ພິບ​ນັ້ນ, ອາ​ຊຽນ ຈະ​ຜ່ານ​ຜ່າ​ສິ່ງ​ທີ່ກີດຂວາງ ​ແລະ ການທ້າ​ທາຍຢ່າງ​ໝັ້ນຄົງ, ສືບ​ຕໍ່​ປະຕິບັດ​ຈຸດໝາຍ​ສ້າງ​ປະຊາຄົມ​ ອາ​ຊຽນ ​ໃນ​ປີ 2015 ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ