ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດຫວຽດນາມ - ລາວຢູ່ແຂວງ ກອນຕຸມ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດຫວຽດນາມ - ລາວຢູ່ແຂວງ ກອນຕຸມ - ảnh 1
ທີ່ພິທີສະ​ເຫຼີ​ມສະຫຼອງ
( ພາບ: cpv.org.vn )

(vovworld) -     ຕອນ​ເຊົ້າ​ວັນ​ທີ 31/8, ​ແຂວງ​ກອນ​ຕຸ​ມ ​ໄດ​້ຈັດ​ພິທີ​ສະ​ເຫຼີ​ມ50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ ​ແຫ່ງ​ວັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ. ​ເຂົ້າ​ຮ່ວມ​ພິທີ່​ມີ​ຜູ້ຕາງໜ້າ​ການ​ນຳ​ແຂວງ​ກອນ​ຕຸ​ມ, ກົງສູນ​ໃຫຍ່ ສປປ ລາວ ປະຈຳ​ດາ​ນັ້ງ ​ແລະ ຜູ້ຕາງໜ້າ​ການ​ນຳ 4 ​ແຂວງ ອັດ​ຕະປື, ​​ເຊກອງ, ສາລະ​ວັນ ​ແລະ ຈຳ​ປະ​ສັກ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານຮອງ​ເລຂາ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກອນ​ຕຸມ Nguyen Van Hung ​ໄດ້​ເນັ້ນ​ໜັກ​ວ່າ, ພາຍຫຼັງ 50 ປີ​ແຫ່ງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຢ່າງ​ເປັນ​ທາງ​ການ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ເມື່ອ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ, ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ພັກ ​ແລະ ສອງ​ລັດ, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​​ຂະ​ແໜງ​ການທຸກ​ຂັ້ນ, ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ການພົວພັນ​ຮ່ວມ​ມື​ຢ່າງ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​​ເລິກ. ບົນພື້ນຖານ​ບັນດາ​ສົນ​ທິສັນຍາ​ສັນ​ຕິ​ພາບ, ມິດຕະພາບ, ການ​ຮ່ວມ​ມື ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະທ​ເດ, ​ແຂວງ​ກອນ​ຕຸມ ສືບ​ຕໍ່​ແມ່ນ​ແຂວງ​ແຮກສ່ຽວ ​ແລະ ຮ່ວມ​ມື​​ກັບ​ບັນດາ​ແຂ​ວງທາງ​ພາກ​​ໃຕ້​ຂອງ​ລາວ ຢ່າງຮອບດ້ານ.

ຂ່າວ/ບົດ​ອື່ນ