ສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ: ຈຸດໃຈກາງສັນຕິພາບ, ການຮ່ວມມື ແລະ ພັດທະນາ

(VOVWORLD) - ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງກ່ອນນີ້ 56 ປີ, ອາຊຽນ ໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ກາຍເປັນກຳລັງໃຈກາງໃນທຸກວິວັດທະນາການຂອງພາກພື້ນເທື່ອລະກ້າວ
ສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ: ຈຸດໃຈກາງສັນຕິພາບ, ການຮ່ວມມື ແລະ ພັດທະນາ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ)

        ຕອນເຊົ້າວັນທີ 08 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານພິທີຊັກທຸງຂຶ້ນເສົາສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ (08 ສິງຫາ 1967 – 08 ສິງຫາ 2023) ແລະ 28 ປີທີ່ຫວຽດນາມ ເຂົ້າຮ່ວມ ອາຊຽນ (28 ກໍລະກົດ 1995 – 28 ກໍລະກົດ 2023). ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງກ່ອນນີ້ 56 ປີ, ອາຊຽນ ໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ກາຍເປັນກຳລັງໃຈກາງໃນທຸກວິວັດທະນາການຂອງພາກພື້ນເທື່ອລະກ້າວ, ສະແດງໃຫ້ເຫັນວິໄສທັດກ່ຽວກັບປະຊາຄົມທີ່ດຳລົງຊີວິດໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນ. ດ້ວຍທ່າແຮງກ່ຽວກັບທີ່ຕັ້ງຍຸດທະສາດ, ມີແຫຼ່ງຊັບພະຍາກອນໜຸ່ມ, ອຸດົມສົມບູນ ແລະ ປາດຖະໜາຢາກເຊື່ອມໂຍງໃຫ້ນັບມື້ນັບເລິກເຊິ່ງ ແລະ ຮອບດ້ານກວ່ານັ້ນ, ອາຊຽນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ທ່ານລັດຖະມົນຕີ ບຸຍແທັງເຊີນ ເຊື່ອໝັ້ນວ່າ ດ້ວຍພື້ນຖານອັນໝັ້ນແກ່ນ, ການເພີ່ມພູນຄູນສ້າງເປັນເວລາກວ່າເຄິ່ງທົດສະວັດຜ່ານມາ ພ້ອມກັບບັນດາຄວາມຄາດຫວັງຂອງຕົນ, ອາຊຽນ ຈະກາຍເປັນປະຊາຄົມພັດທະນາກວມລວມ, ຍືນຍົງ ແລະ ແມ່ນຈຸດໃຈກາງຂອງການເຕີບໂຕພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ