ສະເຫຼີມສະຫຼອງ 65 ປີແຫ່ງວັນຕຳຫຼວດ ປຊຊຮຳຮຽນຕາມຄຳສັ່ງສອນ 6 ຂໍ້ຂອງ ປະທານໂຮຈິມິນ

ສະເຫຼີມສະຫຼອງ 65 ປີແຫ່ງວັນຕຳຫຼວດ ປຊຊຮຳຮຽນຕາມຄຳສັ່ງສອນ 6 ຂໍ້ຂອງ ປະທານໂຮຈິມິນ - ảnh 1

ຕຳຫຼວດ​ປະຊາຊົນ​ຫວຽດນາມ

(ພາບ: ອິນ​ເຕີ​ແນັດ)

(vovworld) -  ​ຕອນ​ເຊົ້າວັນ​ທີ 11/3, ຢູ່​​ແຂວງ​ບັກ​ຢາງ, ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນປະທານ​ໂຮ​ຈິ​ມິນ ຝາກ​ຈົດໝາຍ​ເຖິງ​ຜູ້ອຳນວຍການ​ຕຳຫຼວດ​ເຂດ 12 ຍົກ​ອອກ 6 ​ເນື້ອ​ໃນ​ກ່ຽວ​ກັບ​ຄຸນ​ສົມບັດ​ຂອງ​ຕຳຫຼວດປະຕິວັດ (11/3/1948-11/3/2013). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເຈີ່ນ​ດ້າຍ​ກວາງ ລັດຖະມົນຕີກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ເນັ້ນນັກ​ວ່າ: ຈົດໝາຍ​ຂອງປະທານ​ໂຮ​ຈິ​ມິນ ຝາກ​ເຖິງຜູ້ອຳນວຍການ​ຕຳຫຼວດ​ເຂດ 12 ​ແມ່ນ​ຄຳ​ສັ່ງສອນ​ລວມ​ໃຫ້​ທົ່ວ​ກຳລັງ​ຕຳຫຼວດ​ປະຊາຊົນ. ກຳລັງ​ຕຳຫຼວດ​ປະຊາຊົນຕ້ອງ​ນຳ​ຂະ​ບວນການ “​ຕຳຫຼວດ​ປະຊາຊົນຮ່ຳຮຽນ ​ແລະ ປະຕິບັດ​ຕາມຄຳ​ສັ່ງສອນ 6 ຂໍ້​ຂອງ​ປະທານ​ໂຮ​ຈິ​ມິນ“ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ກ່ວາ:

   “ພະນັກງານ, ນັກຮົບ​ຕຳຫຼວດ​ປະຊາຊົນ ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​, ບຳລຸງ​ສ້າງ​ຄຸນ​ສົມບັດ​ປະຕິວັດເປັນ​ປະຈຳ, ຕ້ອງ​ມີ​ແນວ​ຄິດ, ການ​ກະທຳ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ປະທານ​ໂຮ​ຈິ​ມິນ, ຍາມ​ໃດ​ກໍ່​ມີ​ຄວາມ​ເດັດດ່ຽວ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ອາດ​ສະ​ຍາ​ກຳ​ປະ​ເພດ​ຕ່າງໆ. ພ້ອມ​ກັນນັ້ນຕ້ອງ​ເພີ່ມ​ພູນ​ຄູນ​ສ້າງ​ເຈດ​ຈຳນົງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ສະຫຼຽວ​ສະຫຼາດ, ກ້າຫານ​ໃນ​ການ​ປະຕິບັດ​ງານ ​ແລະ ການ​ສູ້​ຮົບ

 

ຂ່າວ/ບົດ​ອື່ນ