ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັດ​ປົດ​ປ່ອຍ​ນະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) - ຮ່າໂນ້ຍ ໄດ້ເພີ່ມທະວີວຽກງານການວາງແຜນຜັງ ແລະ ສ້າງລະບອບລະບຽບການເພື່ອແນໃສ່ຫັນເປົ້າໝາຍກາຍເປັນນະຄອນ “ອະລິຍະທຳ - ສີວິໄລ - ທັນສະໄໝ” ໃຫ້ປະກົດຜົນເປັນຈິງ
ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັດ​ປົດ​ປ່ອຍ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1ພາບປະກອບ:  TTXVN
 
 

ວັນທີ 10 ຕຸລາ ແມ່ນວັນສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954-10/10/2023). ກ່ອນນີ້ 69 ປີ, ຊາວຮ່າໂນ້ຍນັບໝື່ນຄົນ ມີຄວາມປະຕິຊົມຊື່ນເມື່ອໄດ້ຕ້ອນຮັບກອງທະຫານກັບເມືອພ້ອມກັບໄຊຊະນະ, ປົດປ່ອຍນະຄອນຫຼວງ. ນີ້ແມ່ນເຫດການປະຫວັດສາດທີ່ມີຄວາມສຳຄັນຍິ່ງ, ສ້າງຂີດໝາຍແຫ່ງການສິ້ນສຸດການຕໍ່ສູ້ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ການເສຍສະຫຼະທີ່ມີຄວາມອົງອາດກ້າຫານຂອງ ປະຊາຊົນນະຄອນຫຼວງເວົ້າສະເພາະ ແລະ ປະເທດຊາດເວົ້າລວມ.

ໃນໂອກາດນີ້, ໜັງສືພິມ ຮ່າໂນ້ຍເມີຍ (ໃໝ່) ໄດ້ລົງບົດຂຽນ ດ້ວຍຫົວຂໍ້ “ສ້າງແຫຼ່ງກຳລັງໃໝ່ໃຫ້ແກ່ການພັດທະນານະຄອນຫຼວງ” ເຊິ່ງໄດ້ເນັ້ນໜັກວ່າ: ຮ່າໂນ້ຍ ພວມຢືນຢູ່່ຕໍ່ໜ້າກາລະໂອກາດ ພັດທະນາໃໝ່. ຕາມບົດຂຽນແລ້ວ, ຮ່າໂນ້ຍ ໄດ້ເພີ່ມທະວີວຽກງານການວາງແຜນຜັງ ແລະ ສ້າງລະບອບລະບຽບການເພື່ອແນໃສ່ຫັນເປົ້າໝາຍກາຍເປັນນະຄອນ “ອະລິຍະທຳ - ສີວິໄລ - ທັນສະໄໝ” ໃຫ້ປະກົດຜົນເປັນຈິງ ຄືມະຕິເລກທີ 15 ຂອງກົມການເມືອງ (2022) ວາງອອກ.

ເນື່ອງໃນໂອກາດນີ້, ຮ່າໂນ້ຍກໍ່ໄດ້ຈັດ ຫຼາຍກິດຈະກຳສະເຫຼີມສະຫຼອງ. ຕອນເຊົ້າວັນທີ 10 ຕຸລາ, ຢູ່ເມືອງ ແທັກເທິດ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກຳຮັບໃຊ້ປະຊາຊົນ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ເສັ້ນທາງຫຼວງ ທັງລອງ, ເຊື່ອມຕໍ່ເສັ້ນທາງແຫ່ງຊາດເລກທີ 21 ກັບ ເສັ້ນທາງຄວາມໄວສູງ ຮ່ວາລາກ - ຮ່ວາບິ່ງ. ໂຄງການແມ່ນເພື່ອແນໃສ່ປະຕິບັດບັນດາການວາງແຜງຜັງເຊື່ອມຕໍ່ຄົມມະນາຄົມທາງບົກຂອງປະເທດຊາດ ແລະ ນະຄອນຫຼວງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ