ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1
ມອບໃບຍ້ອງຍໍໃຫ້ເລຂາ​ຄະນະ​ຊາວ​ໜຸ່ມນະຄອນຫຼວງ 120 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ປີ 2012

(vovworld) - ຕອນ​ເຊົ້າວັນ​ທີ 20/3, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນະຄອນ ຮ່​າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງາມ​​ໂຮມ​ຊຸມນຸມ​ມິດ​ຕິງສະ​ເຫຼີມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກອມ​ມູນິດ ​ໂຮ່ຈີ​ມິນ (26/3), ພົບ​ປະ​ສັງ​ສັນ​ກັບພະນັກງານ​ຄະນະ​ຊາວ​ໜຸ່ມລຸ້ນຕ່າງໆ ​ແລະ ຍ້ອງຍໍ​ສັນ​ລະ​ເສີນ​ເລຂາ​ຄະນະ​ຊາວ​ໜຸ່ມ ຜູ້ດີ​ເດັ່ນ​ໃນ​ນະຄອນຫຼວງ ປີ 2012. ບັນດາຜູ້​ແທນ​ຢືນຢັນ​ວ່າ: ພ້ອມ​ກັບ​ໄວ​ໜຸ່ມ​ທົ່ວ​ປະ​ເທດ, ​ຍາມ​ໃດໄວ​ໜຸ່ມ​ນະຄອນຫຼວງຍາມ​ໃດກໍ່​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຕໍ​ສູ້​ປະຕິວັດ​ຂອງ​ຊາວ​ໜຸ່ມ ຫວຽດນາມ ລຸ້ນຕ່າງໆ, ມູນ​ເຊື້ອອະລິຍະ​ທຳ ທັງ​ລອງ - ຮ່າ​ໂນ້ຍ, ສົມ​ເປັນ​ອູ່​ຂອງ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ​ປະຕິວັດ ​ແລະ ​ສືບ​ຕໍ່​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ​ເສີມ​ຂະ​ຫຍາ​ຍຈາກຊາວ​ໜຸ່ມ​ນະຄອນຫຼວງ​ຍຸກສະ​ໄຫມ​ໃໝ່ດ້ວຍ​ບັນດາ​ຂະ​ບວນການ “ປະຈັນບານ​ພັດທະນາ​ເສດຖະກິດ - ສັງ​ຄົມ ນະຄອນຫຼວງ”, “ຮ່ວ​ມ​ເດີນທາງ​ກັບ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ” ​ແລະ “ຂ້ອຍ​ຮັກ ຮ່າ​ໂນ້ຍ”. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ເລຂາ​ຄະນະ​ຊາວ​ໜຸ່ມນະຄອນຫຼວງ 120 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ