ສະເຫຼີມສະຫຼອງ ວັນເອກະລາດ ອິນເດຍ ຄົບຮອບ 71 ປີ

(VOVWORLD) -ຕອນຄ່ຳວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ສະຖານທູດອິນເດຍ ປະຈຳຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນເອກະລາດ ອິນເດຍ ຄົບຮອບ 71 ປີ (15 ສິງຫາ 1947 – 15 ສິງຫາ 2018) - ວັນແຫ່ງຂີດໝາຍສະຖາປະນາຂອງລັດ ອິນເດຍ ເອກະລາດ, ມີອະທິປະໄຕ, ເປີດທາງໃຫ້ແກ່ວິວັດການກໍ່ສ້າງ ອິນເດຍ ກາຍເປັນປະເທດພັດທະນາ, ສີວິໄລ, ທັນສະໄໝ

ສະເຫຼີມສະຫຼອງ ວັນເອກະລາດ ອິນເດຍ ຄົບຮອບ 71 ປີ - ảnh 1ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ Harish Parvathaneni ກ່າວຄໍາເຫັນທີ່ພິທີ

(ພາບ: cand.com.vn)

ວັນເອກະລາດ ອິນເດຍ ປີນີ້ ກໍ່ກົງກັບໂອກາດສະເຫຼີມສະຫຼອງ ຄົບຮອບ 150 ປີ ວັນຄ້າຍວັນເກີດຂອງທ່ານ Mahatma Gandhi (1868-2018) ແບບຢ່າງຄຸນສົມບັດ, ການນຳ ຂອງອິນເດຍ.

ກ່າວຄຳເຫັນໃນພິທີ ສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳຫວຽດນາມ Harish Parvathaneni ເນັ້ນໜັກວ່າ ສຳລັບອິນເດຍແລ້ວ, ອາຊຽນ ແມ່ນສູນກາງໃນນະໂຍບາຍ “ການກະທຳມຸ່ງສູ່ທິດຕາເວັນອອກ”. ໃນນັ້ນ, ຫວຽດນາມ ແມ່ນ ເສົາຄ້ຳໜື່ງໃນກຸ່ມນີ້.  ທ່ານເອກອັກຄະລັດຖະທູດ Harish Parvathaneni ເຊື່ອໝັ້ນນ້ຳໃຈມິດຕະພາບຂອງພັກ, ລັດຖະບານ, ປະຊາຊົນຫວຽດນາມ ທີ່ມີຕໍ່ປະເທດຊາດ, ປະຊາຊົນ ອິນເດຍ, ພ້ອມກັບບັນດາຄຳໝັ້ນສັນຍາໃນການຊຸກຍູ້ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດຫຼາຍຂື້ນກວ່າເກົ່າ.

ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ຢັ້ງຢືນວ່າ ປະຊາຊົນຫວຽດນາມ ພາກພູມໃຈທີ່ມີເພື່ອນມິດສະໜິດສະໜົມ, ຊື່ສັດ ຄື ອິນເດຍ; ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງການພົວພັນມິດຕະພາບມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ