ສະເຫຼີມສະຫຼອງ20ປີແຫ່ງວັນປະຕິບັດຖະແຫຼງການແລະໂຄງການດຳເນີນງານປັກກິ່ງ

ສະເຫຼີມສະຫຼອງ20ປີແຫ່ງວັນປະຕິບັດຖະແຫຼງການແລະໂຄງການດຳເນີນງານປັກກິ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົມ​ສົນທະນາ
(ພາບ:baodansinh.vn)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 24/6 ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮ​ງງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ສົມທົບ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ປະຕິບັດ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ດຳ​ເນີນ​ງານ ປັກ​ກິ່ງ.

        ກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົມ​ສົນທະນາ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ປະຕິບັດ​ຖະ​ແຫຼ​ງການ ​ແລະ ​ໂຄງການ​ດຳ​ເນີນ​ງານ ປັກ​ກິ່ງ ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ 24/06, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢັ້ງຢືນ​ວ່າ: ຖະ​ແຫຼ​ງການ ​ແລະ ​ໂຄງການ​ດຳ​ເນີນ​ງານ ປັກ​ກິ່ງ ​​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ​ໂຄສະນາຢ່າງ​ກ້ວາງ​ຂວາງ​ຢູ່ ຫວຽດນາມ ​ໃນ​ຕະຫຼອດ 20 ປີ​ທີ່​ຜ່ານ​ມາ ​ແມ່ນ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​ສ້າງ​ການ​ຫັນປ່ຽນຢ່າງ​ຕັ້ງໜ້າ​ໃນ​ພາລະກິດສ້າງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ປະກອບສ່ວນ​​​​ເຂົ້າໃນ​ການ​ສ້າງຜົນງານ​ທີ່​ໜ້າ​ສົ​່ງ​ເສີມ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ການ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ພ້ອມ​ກັບ​ບັນດາ​ຄວາມ​ກ້າວໜ້າ​ທາງສັງຄົມ, ​ໃນ​ນັ້ນ ມີ​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ໃນ​ຕະຫຼອດ 20 ປີ​ທີ່​ຜ່ານ​ມາ ​ໄດ້​ສ້າງ​ບາດກ້າວ​ຢ່າງໜັ້ນຄົງ ​ເພື່ອ​ໃຫ້ຫວຽດນາມ ພັດທະນາ ​ແລະ ​ເຊື່ອມ​ໂຍງ. ​​ແຕ່ວ່າ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ: ​ໃນ​ວິ​ວັດ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ ປັກ​ກິ່ງ ຍັງ​ມີ​ຫຼາຍບັນຫາທີ່​ຍັງ​ຄົງ​ຄ້າງ ຕ້ອງໄດ້​ຕີ​ລາຄາ​​ຢ່າງ​ຖືກຕ້ອງເພື່ອ​ສ້າງ​ທ່າ​​ໃຫ້​ ພາລະກິດສ້າງຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ