ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໄທ

ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໄທ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 09/08 ຢູ່ ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັບ​ສະຖານທູດ ​ໄທ ປະຈຳ ຫວຽດນາມ ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ສະ​ເຫຼີ​ມ ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ​ໄທ (06/08/1976 – 06/08/2016).

        ທີ່​ພິທີ​ໂຮມ​ຊຸມນຸມ, ທ່ານ ມາ​ນົບ​ໃຈ ວົງ​ພັກດີ ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ​ ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຕໍ່​ການ​ພັດທະນາ​ຂອງ​ສາຍ​ພົວພັນ​ມິດຕະພາບ​ຮ່ວມ​ມື ຫວຽດນາມ - ​ໄທ ​ໃນ 40 ປີຜ່ານມາ. 2 ປະ​ເທດ ​ໄດ້​ພັດທະນາ​ການ​ພົວພັນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ກວມ​ລວມທຸກ​ຂົງ​ເຂດ​ນັບ​ແຕ່​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ ກໍ່​ຄື​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

        ສວ່ນທ່ານ ຕະກວາງ​ງອກ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ​ ​ໄທ​ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ 2 ປະ​ເທດ, ​ເດືອນ 11/2016 ສະມາຄົມທັງ 2 ປະ​ເທດ​ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ຫວຽດນາມ - ​ໄທ ຢູ່ ​ໄທ. ການ​ເຄື່ອນ​​ໄຫວ​ດັ່ງກ່າວ ຈະ​ສືບ​ຕໍ່​ນຳ​ສາຍ​ພົວພັນ​ມິດຕະພາບ​ປະຊາຊົນ ຫວຽດນາມ - ​ໄທ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 

ຂ່າວ/ບົດ​ອື່ນ