ສະເຫຼີມສະຫຼອງ65ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ-Slovakia

ສະເຫຼີມສະຫຼອງ65ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ-Slovakia - ảnh 1
ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ່​ດັກ​ມິງງວຽດ ຕ້ອນ​ຮັບ​ແຂກ
(ພາບ: Đinh Hóa/Vietnam+)

 (vovworld) – ຕອນ​ເຊົ້າ​ວັນ​ທີ 13/2, ທ່ານນາງ ໂດ່​ດັກ​ມິງງວຽດ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ Slovakia ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ແຂກ ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູ​ດ​ລະ​ຫວ່າງ​ ຫວຽດ​ນາມ - Slovakia.

        ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ່​ດັກ​ມິງງວຽດ ເນັ້ນ​ໜັກ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໃນຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ, ເປີດ​ກ້​ວາງ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ, ການ​ສຶກ​ສາ, ສ່ວນ​ທ່ານ Peter Burian, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Slovakia ຢືນ​ຢັນ​ວ່າ: Slovakia ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ຊົມ​ເຊີຍ ຫວຽດ​ນາມ ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ສະ​ຫະ​ພາບ​ເອີ​ລົບ ເວົ້າ​ລ​ວມ ແລະ Slovakia ເວົ້າ​ສະ​ເພາະ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ໂດຍ​ໄວ.


ຂ່າວ/ບົດ​ອື່ນ