ສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

ສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ảnh 1
ທ່ານ​ຮອງ​ປະທານ, ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​
ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ດົນຕ໋ວນຟ​ອງ
(ພາບປະກອບ: TTXVN)


(vovworld) – ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອສະ​ເຫຼີມສະຫຼອງ 65 ​ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ (17/11/1950 – 17/11/2015), ນີ້​ແມ່ນ​ຂໍ້​ມູນ​ຂ່າວ​​ເຊິ່ງທ່ານ​ຮອງ​ປະທານ, ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ດົນຕ໋ວນຟ​ອງ ຍົກ​ອອກ​ມາ ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ໃນ​ວັນ​ທີ 29/10, ຢູ່​ຮ່າ​ໂນ້ຍ. ຕາມ​ນັ້ນ​ແລ້ວ, ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຈະຖືກ​ຈັດ​ຕັ້ງ​ຄື: ການ​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສັນຕິພາບ, ສາມັກ​ຄີ, ມິດຕະພາບ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກັບ​ຄືນ​ກົກ​​ເຄົ້າ​ເຫງົ້າ​ກໍ, ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຕິວັດ; ງານ​ຊຸມນຸມ​ສະ​ເຫຼີມສະຫຼອງ 65 ​ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ; ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ກັບ​ເພື່ອນ​ມິດສາ​ກົນ​ຢູ່​ຮ່າ​ໂນ້ຍ…

      ທ່ານ​ຮອງ​ປະທານ, ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ດົນຕ໋ວນຟ​ອງ ​ໃຫ້​ຮູ​້ວ່າ, ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ບົດບາດ​ເປັນ​ອົງການ​ການ​ເມືອງ - ສັງຄົມ​ສະ​ເພາະ​ກິດກ່ຽວ​ກັບ​ວຽກ​ງານການ​ຕ່າງປະ​ເທດ​ປະຊາຊົນ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ມີ​ການ​ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ​ໃຫ້ວຽກ​ງານການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ ພາລະກິດ​ປ່ຽນ​ໃໝ່, ພັດທະນາ​ປະ​ເທດ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເວົ້າ​ລວ​ມ…

ຂ່າວ/ບົດ​ອື່ນ