ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມການຂ່າວ,ກະຊວງການຕ່າງປະເທດ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມການຂ່າວ,ກະຊວງການຕ່າງປະເທດ - ảnh 1
ຫົວໜ້າກົມ​ການ​ຂ່າວ ກະຊວງ​ການ​ຕ່າງປະ​ເທດ ເລຫາຍບີງ

(vovworld) - ຕອນ​ເຊົ້າ​ວັນ​ທີ 13/12, ຢູ່ ຮ່າ​ໂນ້ຍ, ກົມ​ການ​ຂ່າວ ກະຊວງ​ການ​ຕ່າງປະ​ເທດ ​ໄດ້ຈັດ​ຕັ້ງ​ພິທີ​ສ​ະເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (1946 – 2016) ​ໃນ​ຕະຫລອດ 70 ປີຜ່ານມາ, ວຽກງານ​ສື່ສານ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ສົມ​ກັບ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ, ທຳລາຍ​ວົງປິດ​ລ້ອມ​ການຂວ້ຳບາດ, ສ້າງ​ການ​ພົວພັນ​ເປັນ​ປົກກະຕິ ​ແລະ ສ້າງ​ຕັ້ງການ​ພົວພັນ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ​. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ຢຸງ ຖື​ວ່າ:

        “​ໃນສ​ະພາບ​ການ​ຕົວ​ຈິງ​ໄດ​​້ຮຽກ​ຮ້ອງ​ຕ້ອງ​ມີ​ຖັນ​ແຖວ​ພະນັກງານ​ສື່ການ​ຂ່າວ​ຕ່າງປະ​ເທດ ທັງ​ມີ​ຄຸນ​ນະ​ທາດ, ທັງ​ມີ​ຄວາມວ່ອງ​ໄວ ​ມີຫົວຄິດ​ປະດິດ​ສ້າງ, ທັງ​ຮູ້ຈັກ​ສືບ​ທອດ​ປະສົບ​ການ, ດ້ານສື່ສານ​ຂອງ​ບັນດາ​ລຸ້ນກ່ອນ. ພ້ອມກັນ​ນັ້ນ ​ທັງ​ເສີມ​ຂະຫຍາຍ​ບັນດາ​ທ່າ​ແຮງຂອງ​ກຳລັງ​ໜຸ່ມ ຮູ້ຈັກ​ໝູນ​ໃຊ້ຢ່າງ​ມີວິທະຍາສາດ, ປະດິດ​ສ້າງ ​ທີ່ເຕັກ​ໂນ​ໂລ​ຢີ, ຂໍ້​ມູນ​ຂ່າວສານ, ອິນ​ເຕີ​ແນັດ ​ແລະ ບັນ​ພາຫະນະ​ສື່ສານ​ທັນ​ສະ​ໄໝ, ​​ເຄືອ​ຂ່າຍ​ສັງຄົ​ມນຳ​ມາ​ໃຫ້ ​ແລະ ວຽກ​ງານຕໍ່ສູ້ກັບ​ຫາງສຽງ, ສ້າງ​ພາບພົດ​ຂອງ​ປະ​ເທດ​ຊາດ.  

 

ຂ່າວ/ບົດ​ອື່ນ