ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມໃຫຍ່ພາສີ,ກະຊວງການເງິນ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກົມໃຫຍ່ພາສີ,ກະຊວງການເງິນ - ảnh 1
(ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ
ສ້າງຕັ້ງກົມໃຫຍ່ພາສີ,ກະຊວງການເງິນ)


​​(vovworld) - ທີ່​ພິທີສະ​ເຫ​ຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກົມ​ໃຫຍ່​ພາສີ (ກະຊວງ​ການ​ເງິນ) ຄື​ວັນ​ທີ 10/09/1945 – 10/9/2015 ຖືກ​ດຳ​​ເນີນ​​ໃນ​ຕອ​ນ​ເຊົ້າ​ວັນ​ທີ 14/07, ​ຢູ່​ຮ່າ​​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກລາດ​ຊັ້ນ​ໜຶ່ງ​ໃຫ​້​ກົມ​ໃຫຍ່​ພາສີ. ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນສຳຄັນຂອງ​ກົມ​ໃຫຍ່​ພາສີ ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ນຳ​ໃຊ້​ຄວາມ​ກ້າວໜ້າດ້ານ​ວິທະຍາ​ສາດເຕັກນິກ, ປະຕິບັດລະບຽບ​ການ​ພາ​ສີ​ເອ​ເລກ​ໄຕ​ນິກ… ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ວ່າ.

      “ການ​ນຳ​ພະນັກງານ, ລັດຖະກອນ​ຂະ​ແໜງ​ພາສີ ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຍົກ​ສູງ​ຖັນ​ແຖວ​ພະນັກງານ, ນຳ​ໃຊ້​ວິ​ທະຍາ​ສາດ​ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ. ສືບ​ຕໍ່​ປະຕິບັດ​ບັນດາ​ຄູນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ໃຫ້​ເປັນ​ຢ່າງ​ດີ, ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ ​ເພື່ອ​ແນ​ໃສ່​ປຸກ​ລຸກ​ຈິດ​ໃຈ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວ​ຄິດ​ປະດິດ​ສ້າງປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ