ສະເຫຼີມສະຫຼອງການປະຕິວັດເດືອນຕຸລາລັດເຊຍຍິ່ງໃຫຍ່ຄົບຮອບ99ປີ(07/11/2016)

ສະເຫຼີມສະຫຼອງການປະຕິວັດເດືອນຕຸລາລັດເຊຍຍິ່ງໃຫຍ່ຄົບຮອບ99ປີ(07/11/2016) - ảnh 1
ສະ​ເຫຼີ​ມສະຫຼອງ​ການ​ປະຕິວັດ​ເດືອນ​ຕຸລາ
ລັດ​ເຊຍ ​ປະສົມ​ຜົນ​ສຳ​ເລັດຄົບ​ຮອບ 99 ປີ

(vovworld) – ​ວັນ​ທີ 07/11/2016 ໄດ້ສະ​ເຫຼີ​ມສະຫຼອງ​ການ​ປະຕິວັດ​ເດືອນ​ຕຸລາ ລັດ​ເຊຍ ​ປະສົມ​ຜົນ​ສຳ​ເລັດຄົບ​ຮອບ 99 ປີ ບັນດາ​ນັກ​ກອມ​ມູນິດ ລັດ​ເຊຍ ​ແລະ ທັງ​ປະຊາຊົນ ລັດ​ເຊຍ ຍຸ​ກປະຈຸ​ບັນ​ໄດ້ ຈົດ​ຈຳ, ຫວນ​ຄືນບັນດາ​ຄຸນຄ່າປະຫວັດສາດ​ຂອງ​ການ​ປະຕິວັດ​ສັງຄົມນິຍົມ​ເດືອນ​ຕຸລາທີ່​ຍິ່ງ​ໃຫຍ່ ​ດ້ວຍ​ການ​ເຄື່ອ​ນ​ໄຫ​ວທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າ​ງ. ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ໃນ 3 ວັນພັກ ​ແລະ ວັນພັກ​ທ້າ​ຍອາທິດ, ຫລາຍ​ອົງການ​ພັກ​ກອມ​ມູນິດ​ສະຫະພັນ​ ລັດ​ເຊຍ​ ຢູ່​ຂັ້ນ​ຮາກ​ຖານ​ໃນ​​ແຂວງ, ນະຄອນ​ຕ່າງໆ​ຄື: Riazan, Tomxk, Amua, Tiumen, Kaliningrad, Penza, Nenetsky, Krasnodar…​ໄດ້​ຈັດ​ຕັ້ງການ​ເດີນ​ຂະ​ບວນ, ​ໂຮມ​ຊຸມນຸມ​ຂ່ຳນັບ​ຮັບຕ້ອນ. ຢູ່​ນະຄອນຫລວງ ມົດ​ສະ​ກູ ການ​ເດີນ​ຂະ​ບວນຂະໜາດ​ໃຫຍ່ພ້ອມ​ກັບ​ການ​ໂຮມ​ຊຸມນຸມ ​ແລະ ການສະ​ແດງ​ດົນຕີ​ໄດ້​ດຳ​ເນີນ​ຢູ່ລຽບ​ຕາມ​ບັນດາ​ຖະໜົນ​ຕົ້ນຕໍ​ຢູ່​ນະຄອນຫລວງ ມົດ​ສະ​ກູ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ພັກ​ຫລາຍ​ທ່ານ​ພ້ອມ​ກັບ​ສະມາຊິກ​ພັກ​ນັບ​ພັນ​ຄົນ.

 


ຂ່າວ/ບົດ​ອື່ນ