ສະເຫຼີມສະຫຼອງວັນ ທັນຍາຫານໂລກ ຄົບຮອບ 33 ປີ

ສະເຫຼີມສະຫຼອງວັນ ທັນຍາຫານໂລກ ຄົບຮອບ 33 ປີ - ảnh 1

 (ພາບ:khoahoc.com.vn )

(vovworld)- ​ວັນ​ທີ 11/10, ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ທັນ​ຍາ​ຫານ​ໂລກ​ຄົບຮອບ 33 ປີ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ການນຳ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ອົງການ​ອາຫານ ​ແລະ ກະ​ເສດ​ຂອງ ສປຊ (FAO) ປະຈຳ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຫງວຽນ​ທິຊວນ​ທູ, ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ:

   “​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ທັນ​ຍາ​ຫານ​ໂລກ​ຄົບຮອບ 33 ປີ, ຂ້າ​ພະ​ເຈົ້າສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງຂັ້ນຕ່າງໆ, ບັນດາ​ຂະ​ແໜງ ​ແລະ ທົ່ວ​ສັງຄົມ ຈົ່ງ​ສືບ​ຕໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່, ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ​ກະສິກຳ, ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ຄ້ຳປະກັນ​ສະບຽງ​ອາຫານ, ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໂດຍ​ພື້ນຖານ​ໃນ​ປີ 2020 “.

  ​ທ່ານ​ນາງ​ຫງວຽນ​ທິຊວນ​ທູ, ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ປາດ​ຖາໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຊ່​ວຍ​ເຫຼືອ​ຈາກອົງການ​ອາຫານ ​ແລະ ກະ​ເສດ​ຂອງ ສປຊ (FAO) ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ວຽກ​ງານ ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາ​ມທຸກ​ຍາກຕິດ​ພັນ​ກັບ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ