ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ

ສະເຫຼີມສະຫຼອງວັນ ທະຫານເສຍອົງຄະ, ນັກຮົບເສຍສະຫຼະ ຊີວິດເພື່ອຊາດ - ảnh 1
ມອບຂອງຂວັນໃຫ້ບັນດາທະຫານ​ເສຍ​ອົງຄະ
(ພາບປະກອບ)

(vovworld) –ວັນ​ທີ 24/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​ຢູ່​ຕາ​ແສງ​ດ້າຍ​ດົ່ງ, ​ເມືອງ​ຕຽນ​ຢູ, ​ແຂວງ​ບັກ​ນິງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ  ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກ​ເຊິ່ງຕໍ່​ບັນດາ​ຄຸນ​ງານ​ຄວາມ​ດີ​ຂອງ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ ​ແລະ ລະດົມ​ກຳລັງ​ໃຈ​ບັນດາ​ຄອບຄົວ ຕ້​ອງ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ, ລັດ ​ເພື່​ອໃຫ້ ປຊຊ ທຸກ​ຄົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ. ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ຂໍ​ໃຫ້ທ້ອງ​ຖິ່ນ​ຈົ່ງ​ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ຕໍ່ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ເປັນ​ຢ່າງ​ດີ​ກ່ວາ​ອີກ ດ້ວຍ​ບັນດາ​ວຽກ​ງານ​ອັນ​ແທ້​ຈິງ, ລະອຽດ, ​ເປັນ​ປະຈຳ.

  ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​​ແຂວງ​ລອງ​ອານ ​ແລະ ​ໄປ​ຢ້ຽມຢາມ​ເຂດ​ສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຂວງ, ຢ້ຽມຢາມ​ສູນ​ອຸ​ປະ​ກາລະ​ສັງຄົມ​ແຂວງ​ລອງ​ອານ.

   ກ່ອນ​ໜ້ານັ້ນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟອງ ກໍ່​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​​ຄອບຄົວ​ນະ​ໂຍບາຍ​​ຈຳ​ນວນ​ໜຶ່ງ​ຢູ່​ນະຄອນ​ກາວແຫຼ້ງ ​ແຂວງ​ດົ່ງ​ທາ​ບ ​ເຊັ່ນ​ດຽວ​ກັນ.

   ໃນຕອນ​ຄ່ຳ​ວັນ​ທີ 23/7, ຢູ່​ເຂດ​ອະນຸສະຖານທາງ 3 ​ແຍກ ດົ່ງ​ໂຫລ​ກ (​ແຂວງ ຮ່າ​ຕິ້ງ), ​ໄດ້​ດຳ​ເນີນ​ລາຍການ​ພົວພັນ​ແລກປ່ຽນ​ສິລະ​ປະ “ດົ່ງ​ໂຫລ​ກ - ບົດ​ເພງ ​ອະມະຕະ​”. ນີ້​ແມ່ນ​ການ​ເຄື່ອນ​​ໄຫວ​ຕອບ​ບຸນ​ແທນ​ຄຸນ ສຳລັບ​ບັນດາ​ວິລະ​ຊົນ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ຮັກສາ, ສິນ​ທຳ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ​ໃຫ້​ຄົນ​ລຸ່ນຕ່າງໆ. ກ່ອນ​ໜ້າ​ນັ້ນ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ແລະ ຄະນະ​ກຳມະການ ​ແຂວງ ຮ່າ​ຕິ້ງ ​ໄດ້​ຈັດ​ຕັ້ງ​ພິທີ​ສວດ​ມົນ​ພາວະນາ​ໃຫ້​ວິນ​ຍານ​ບັນດານັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອຊາດ.

    ​ໂດຍ​ສະ​ເຫຼີ​ມສະຫຼອງ 66 ປີແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 27/7, ​ແຂວງ ​ແບ໋ນ​ແຈ ສະຫງວນ​ເກືອ​ບ 10 ຕື້​ດົ່ງ​ເພື່ອ​ເປັນ​ຂອງຂວັນ​ມອບໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ. ບັນດາ​ວິ​ສາ​ຫະກິດ​ໃນ​ແຂວງ​ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ​ແມ່ ຫວຽດນາມ ວິລະ​ຊົນ, ຄອບຄົວທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຢ້ຽມຢາມ​ບັນດາ​ປູ​ຊະນີຍະສະຖານ​ປະຫວັດສາດ. ​ແຂວງ ຟູ໋ທໍ້​ໄດ້​ຫັກ​ເງິນເກືອບ 600 ລ້ານ​ດົ່ງ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້ 850 ຄົນ​ເຊິ່ງ​ແມ່ນ​ເປົ້າ​ໝາຍ​ນະ​ໂຍບາຍ, ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ຟູ໋ທໍ້ ​ໄດ້​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່ ອະນຸສາວະລີ ບັນດາທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແຂວງ, ໄປໄຫວ້ອາໄລ​ສຸສານ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເຈື່ອງ​ເຊີນ ຢູ່​ທາງ​ເລກ 9, ກຳ​ແພງ​ເກົ່າ ກວາງ​ຈີ້ - ​ແຂວງ ກວາງ​ຈີ້, ສຸສານນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ວີ້ຊວຽນ (​ແຂວງ ຮ່າ​ຢາງ).

 

ຂ່າວ/ບົດ​ອື່ນ