ສະເຫຼີມສະຫຼອງວັນການ ປະຕິວັດເດືອນສິງຫາ ປີ 1945


ສະເຫຼີມສະຫຼອງວັນການ ປະຕິວັດເດືອນສິງຫາ ປີ 1945 - ảnh 1
​(ພາບປະກອບ:tuoitre.vn)

(vovworld) –​​​​ວັນ​ທີ 19/8, ປະຊາຊົນ ຫວຽດນາມ ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫ່ຍ​ເດືອນ​ສິງຫາ (19/8/1945-19/8/2014) ​ໄດ້​ຮັບ​ໄຊຊະນະ, ຍາດ​ເອົາ​ອຳນາດ​ການ​ປົກຄອງ. ການ​ປະຕິວັດ​ເດືອນ​ສິງ​ຫາ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ປະຫວັດສາດ​ທີ່​ສະຫງ່າ​ອົ່ງ​ອາດ​ທີ່​ສຸດ, ​ແມ່ນ​ຈຸ​ດພົ້ນ​ເດັ່ນ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງຊາດ​ຫວຽດນາມ.

   ​ເນື່ອ​ງ​ໃນ​ໂອກາດ​ນີ້, ໜັງສືພິມ​ໃຫ່ຍຕ່າງໆ​ຂອງ​ຫວຽດນາມ ​ລ້ວນ​ແຕ່​ໄດ້​ລົງ​ພິມ​ບົດ​ນຳ ​ແລະ ບົດ​ວິຈານ​ຢັ້ງຢືນ​ຄວາມ​ໝາຍ​ອັນ​ໃຫ່ຍຫຼວງ​ຂອງການ​ປະຕິວັດ​ເດືອນ​ສິງ​ຫາ. ບົດ​ນຳ “ບົດ​ເພງ​ໄຊ​ເດືອນ​ສິງຫາ​ດັງ​ກ້ອງ​ກັງວານ​ຕະຫຼາດ​ໄປ“ ລົງ​ພິມ​ໃນ​ໜັງສືພິມ​ປະຊາຊົນ, ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຊີ້​ແຈ້ງວ່າ: ບັນຍາກາດ ອັນ​ສະຫງ່າ​ອົ່ງ​ອາດ​ຂອງການ​ປະຕິວັດ​ເດືອນ​ສິງ​ຫາ ​ແລະ ບັນດາ​ຜົນງານທີ່​ໃຫ່ຍຫຼວງ​ນັ້ນ​ໄດ້ ​ແລະ ພວມ​ເປັນ​ການ​ລະ​ດົມກຳລັງ​ໃຈ​ແກ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ກ້າວ​ຂຶ້ນ, ຜ່ານ​ຜ່າ​​ຄວາມ​ຫຍຸ້ງຍາກ​ລຳບາກ, ສິ່ງ​ທ່າ​ທາຍ​ນາໆ​ປະການ, ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຄື: ສ້າງສາ ​ແລະ ປົກ​ປັກ​ຮັກ​ຮາ​ປະ​ເທດ​ຊາດ; ຍູ້​ແຮງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ.

  ບົດ​ວິຈານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຢືນຢັນ​ວ່າ: ຈິດ​ໃຈ, ບັນຍາກາດ ອັນ​ສະຫງ່າ​ອົ່ງ​ອາດ​ ​ແລະ ບັນດາ​ຜົນງານທີ່​ໃຫ່ຍຫຼວງຂອງການ​ປະຕິວັດ​ເດືອນ​ສິງ​ຫາ ຍາມ​ໃດ​ກໍ່​ແມ່ນ​ກຳລັງ​ແຮງ, ​ແມ່ນ​ກຳລັງ​ໜູນ​ອັນ​ໃຫ່ຍຫຼວງ​ລະດົມ​ກຳລັງ​ໃຈ​ທົ່ວ​ປວງ​ຊົນ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ລຳບາກ, ສິ່ງ​ທ້າ​ທາຍ​ນາໆ​ປະການ, ພິ​ເສດ​ແມ່ນ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ສ້າ​ງສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ