ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ສ.ເຊັກໂກ




(vovworld) - ສະຖານທູດ​ ຫວຽດນາມ ປະຈຳ​ນະຄອນຫລວງ Praha (ສ.​ເຊັກ​ໂກ) ຫາ​ກໍ່​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນຄົບຮອບ 126 ປີ​ ​ແລະ ​ໂອ້​ລົ​ມກ່ຽວ​ກັບ​ພາລະກິດ​ປະຕິວັດ​ຂອງ​ເພີ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ ທ່ານ ​ເຈືອງ​ແມ້ງ​ເຊີນ ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ຮຽກຮ້ອງ​ພະນັກ​ງານ, ສະມາ​ຊິກ​ພັກ​ທຸກ​ຄົນ​ ໃນ​ບັນດາອົງການ​ຕາງ​ໜ້າ​ຂອງ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ສືບ​ຕໍ່​ຍູ້​ແຮງການ​​ຂົນຂວາຍ​ຮ່ຳຮຽນ ​ແລະ ປະຕິບັດ​ຕາ​ມ​ແນວ​ຄວາມ​ຄິດ, ​ແບບຢ່າງ​ຄຸນສົມບັດ ​ໂຮ່ຈີ​ມິນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ​ເຈືອງ​ແມ້ງ​ເຊີນ ປາດ​ຖະໜາ​ວ່າ: ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ສ.​ເຊັກ​ໂກ ສືບ​ຕໍ່​ສາມັກຄີກັນ, ພັດທະນາ, ອວ່າຍໜ້າ​​ເມືອຫາ​ປະ​ເທດ​ຊາດ.

        ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ຮັບ​ຟ​ັງສາ​ດສະດາ​ຈານ ຮ່ວາງ​ຈີ໋ບາ​ວ ກຳມະການ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໂອ້​ລົ​ມກ່ຽວ​ກັບຊີວິດ ​ແລະ ພາລະກິດ​ການ​ເຄື່ອນ​ໄຫວປະຕິວັດ​ຂອງ​ປະທານ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ