ສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ກຳປູເຈຍ, ສ.ເຊັກ ແລະ ນອກແວ

ສະເຫຼີມສະຫຼອງວັນຊາດຫວຽດນາມ ຢູ່ກຳປູເຈຍ, ສ.ເຊັກ ແລະ ນອກແວ - ảnh 1
ສະ​ເຫຼີ​ມສະຫຼອງ​ວັນສະຖາປະນາ​ຫວຽດນາມ ຢູ່​ນອກ​ແວ
(ພາບ: vietnamplus.vn)

(vovworld) – ຕອນຄ່ຳວັນທີ 29/8, ສະຖານທູດ​ຫວຽດນາມ ປະຈຳ​ກຳປູເຈຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດຫວຽດນາມຄົບຮອບ 69 ປີຊຶ່ງມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຮັງຊອມຣິງ ພ້ອມກັບເຈົາໜ້າທີ່ອື່ນໆຂອງສະພາແຫ່ງຊາດ, ລັດຖະບານກຳປູເຈຍອີກຫຼາຍທ່ານ. ກ່ອນໜ້ານັ້ນຄືຕອນ​ບ່າຍ​ວັນ​ທີ 28/8, ສະຖານທູດ​ຫວຽດນາມ ປະຈຳ​ນອກ​ແວ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດຫວຽດນາມຄົບຮອບ 69 ປີ. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານນາງເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ນອກ​ແວ ​ເລ​ທິຕວຽດມາຍ ຢືນຢັນ ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ວັນ 02/09/1945 ​ເມື່ອ​ປະທານ​ໂຮ່ຈິ​ມິນ ​ໄດ້​ອ່ານ​ຖະ​ແຫຼ​ງການປະກາດ​ເອກະລາດ, ​ເປີດ​ສັງກາດ​ໃໝ່​ໃຫ້​ປະ​ເທດ​ຫວຽດນາມ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ  69 ປີຜ່ານມາ, ປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກາຍ​ເປັນ​ຄູ່​ຮ່ວມມືທີ່​ຕັ້ງໜ້າ, ມີຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ, ມີ​ຄວາມມານະ​ພະຍາຍາມຢ່າງ​ບໍ່​ຢຸດ​ຢັ້ງ​ພ້ອມ​ກັນ​ນອກ​ແວ ​ແລະ ປະຊາ​ຄົມ​ໂລກ ຮັບປະກັນການ​ປະຕິບັດ​ກົດໝາຍ​ສາກົນ  ທີ່​ໄດ້​ຮັບ​ການ​ເຄົາລົບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ເລ​ທິຕວຽດມາຍ ​ໄດ້​ຫວນ​ຄືນ​ບັນດາ​ບາດ​ກ້າວ​ພັດທະນາ​ທີ່​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ນອກ​ແວ ​ໃນ​ຫຼາຍ​ຂົງ​ເຂດ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການ​ທູດ 2 ຝ່າຍ​ນັບແຕ່​ວັນ​ທີ 25/11/1971 ​ເປັນ​ຕົ້ນ​ມາ.  
    ໃນວັນດຽວກັນສະຖານທູດ​ຫວຽດນາມ ປະຈຳ​ສ.ເຊັກກໍ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດຫວຽດນາມ ຄົບຮອບ 69 ປີເຊັ່ນດຽວກັນ. 


ຂ່າວ/ບົດ​ອື່ນ