ສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ

ສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ - ảnh 1
(ບ້ານ​ວັດ​ທະນະ​ທຳ)

(vovworld) -     ວັນ​ບຸນມະຫາສາ​ມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ ພວມ​ດຳ​ເນີນ​ໄປ​ຢູ່​ບັນດາ​ໝູ່​ບ້ານ​ຊົນ​ເຜົ່າ, ທີ່ຂຶ້ນ​ກັບ​ບ້ານ​ວັດ​ທະນະ​ທຳ, ​ເຂດ​ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ວນດາມ (Huỳnh Đảm) ຖື​ວ່າ ​ໃນ​ຊຸມ​ປີຜ່ານມາ, ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ຮັກສາ ​ແລ​ະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ. ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ  ຊີ້​ແຈ້ງວ່າ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາສາ​ມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ໝູ່​ບ້ານ​ວັດ​ທະນະ​ທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ ຕ້ອງ​ສືບ​ຕໍ່ເສີມຂະ​ຫຍາຍ, ຈັດ​ຕັ້ງ​ເຫດກາ​ນ ​ແລະ ຖື​ນີ້​ແມ່ນ​ການ​ເຄື່​ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​​ປະຈຳປີ, ຜ່ານ​ນັ້ນ​ທະວີ​ຄູນ​ກຳລັງ​ແຮງ​ຂ​ອງກຸ່ມ​ກ້ອນມະຫາສາ​ມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ວັນ​ບຸນມະຫາສາ​ມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ແລກປ່ຽນ​ວັດທະນະທຳ, ສິ​ລະ​ປະ, ພ້ອມ​ກັນ​ແບ່ງປັນ, ຊ່ວຍ​ເຫຼືອ, ຮັກສາ, ​ເສີມ​ຂະຫຍາຍ​ສີສັນ​ຂອງ​ຊາດ, ພັດທະນາ​ເສດຖະກິ​ດຢູ່​ທ້ອງ​ຖິ່ນ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ, ​ແທດ​ຈິງ​ທີ່​ສຸດ.

ຂ່າວ/ບົດ​ອື່ນ