ສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ

(VOVWORLD) -ທຸກຄົນຄວນມີການກະທຳເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງນ້ຳໃຈຮັກແພງ ແລະ ຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນຊຸກຍູ້ການຮ່ວມມື ແລະ ພ້ອມກັນແບກຫາບໜ້າທີ່ຄວາມຮັບຜິດຊອບເພື່ອໂລກແຫ່ງສັນຕິພາບທີ່ຍືນຍົງ, ຜາສຸກ, ພັດທະນາ ແລະ ບໍ່ມີຄວາມລຳບາກກາກກຳ.
ສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ - ảnh 1 (ພາບປະກອບ: Vietnam+)

ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງສະຫະປະຊາຊາດ, ຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດເປັນຈຳນວນຫຼາຍ, ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນສາກົນນັບຫຼາຍຮ້ອຍຄົນ ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ອຸປະທູດຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ແບ່ງປັນຄວາມໝາຍຍືນຍົງຄົງຕົວຂອງບັນດາແນວຄິດ ແລະ ຫຼັກພະທຳຄຳສັ່ງສອນຂອງພຸດທະສາສະໜາກ່ຽວກັບສັນຕິພາບ, ຄວາມປອງດອງ, ໂອບອ້ອມອາລີ ແລະ ນ້ຳໃຈເຫັນແກ່ຄົນອື່ນ. ທ່ານເອກອັກຄະລັດຖະທູດຖືວ່າ, ທຸກຄົນຄວນມີການກະທຳເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງນ້ຳໃຈຮັກແພງ ແລະ ຄວາມເຂົ້າອົກເຂົ້າໃຈ, ປະກອບສ່ວນຊຸກຍູ້ການຮ່ວມມື ແລະ ພ້ອມກັນແບກຫາບໜ້າທີ່ຄວາມຮັບຜິດຊອບເພື່ອໂລກແຫ່ງສັນຕິພາບທີ່ຍືນຍົງ, ຜາສຸກ, ພັດທະນາ ແລະ ບໍ່ມີຄວາມລຳບາກກາກກຳ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍຢືນຢັນເຖິງນະໂຍບາຍຂອງຫວຽດນາມ ກ່ຽວກັບຄວາມສາມັກຄີ ແລະ ຄວາມຄົມກຽວລະຫວ່າງທຸກສາສະໜາ ເພື່ອພ້ອມກັນສູ້ຊົນໃຫ້ແກ່ເປົ້າໝາຍລວມແມ່ນສັນຕິພາບ, ຄວາມກ້າວໜ້າໃນສັງຄົມ ແລະ ການພັດທະນາແບບຍືນຍົງໃຫ້ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ