ສະເຫຼີມສະຫຼອງວັນສະບຽງອາຫານໂລກ ຄັ້ງທີ 34 ຢູ່ ຫວຽດນາມ

ສະເຫຼີມສະຫຼອງວັນສະບຽງອາຫານໂລກ ຄັ້ງທີ 34 ຢູ່ ຫວຽດນາມ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ແຂວງກວາງ​ນີງ
(ພາບ: qtv.vn)

(vovworld) – ​​​​ຕອນ​ເຊົ້າ​ວັນ​ທີ 14/10, ຢູ່​ແຂວງ ກວາງ​ນິງ, ກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດນາມ ສົມ​ທົບ​ກັບ​ອົງ​ການ​ອ​າຫານ ແລະ ກະ​ເສດ​ ສ​ປ​ຊ (FAO) ປະ​ຈຳ ຫວຽດ​ນາມ, ອົງ​ການ​ແມ່​ຍິງ​ຂອງ ສ​ປ​ຊ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນີງ ຈັດຕັ້ງພິທີສະ​ເຫຼີມ​ສະຫຼອງ 34 ປີ​ແຫ່ງວັນ​ສະ​ບຽງ​ອາ​ຫາ​ນ​ໂລກ 2014, ສະ​ເຫຼີມ​ສະຫຼອງ​ຄັ້ງ​ທີ 69 ປີ​ແຫ່ງວັນ​ຄົບຮອບ​ຂອງ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ສ​ປ​ຊ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດຫວຽດນາມ ເລ​ກວກ​ແຢງ, ໃຫ້​ຮູ້​ວ່າ: ຫົວ​ຂໍ້​ຂອງວັນ​ສະ​ບຽບ​ອາ​ຫານ​ໂລກ​ປີນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ສຳ​ລັບ ຫວຽດ​ນາມ. ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ຍົກ​ສູງ​ລາຍ​ຮັບ​ຈາກ​ກະ​ສິ​ກຳ, ລັດ​ຖະ​ບານ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ພື້​ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່, ໃນ​ນັ້ນ​ບັນ​ດາ​ມາດ​ຕ​ະ​ການ​ຈຸດ​ສ​ຸມ​ແມ່ນ​ຊຸກ​ຍູ້ກ​ານ​ນຳ​ໃຊ້​ວິ​ທະ​ຍາ​ສາດເຕັກ​ນິກ ແລະ ຈັດ​ຕັ້ງ​ການ​ຜະ​ລິດ​ຕາມ​ທິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ຕາມ​ບັນ​ດາ​ມູນ​ຄ່າ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລ​ກວກ​ແຢງ, ເນັ້ນ​ໜັກ​ວ່າ:

        “ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່, ຄວນປັບ​ປຸງ ແລະ ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ບັນ​ດາ​ຄອບ​ຄົວ​ຜະ​ລິດກ​ະ​ສິ​ກຳ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ລະ​ອຽດ​ຢູ່​ແຕ່​ລະ​ບ່ອນ, ແລະ ເອົາ​ໃຈ​ໃສ່​ເຖິ​ງ​ແມ່​ຍິງ​ເຂດ​ຊົນ​ນະ​ບົດ - ເຊິ່ງ​ແມ່ນ​ຜູ້​ປະ​ກອບ​ສ່ວນຫຼາຍ​ເຢ່າງຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ກະ​ສິ​ກຳ​ຂອງ​ແຕ່​ລະ​ຄອບ​ຄົວ ແລະ ມີ​ບົດ​ບາດ​ສຳຄັນໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ​ໂພສະນາການ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ ແລະ ພັດ​ທະ​ນາ​ກະ​ສິ​ກຳ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ.”


ຂ່າວ/ບົດ​ອື່ນ