ສະເຫຼີມສະຫຼອງແຫ່ງລາງວັນຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນຫວຽດນາມ20ປີ

ສະເຫຼີມສະຫຼອງແຫ່ງລາງວັນຊາວໜຸ່ມເປັນແບບຢ່າງທີ່ດີເດັ່ນຫວຽດນາມ20ປີ - ảnh 1
​ພິທີມອບ​ລາງວັນຊາວ​ໜຸ່ມ​
ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ ຫວຽດນາມ ປີ 2015 ​
(ພາບອິນເຕີແນັດ)

(vovworld) - ຕອນ​ຄ່ຳ​ວັນ​ທີ 21/03 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສ​ະ​ເຫຼີ​ມສະຫຼອງ​ແຫ່ງ​ລາງວັນ​ຊາວ​ໜຸ່ມ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ ຫວຽດນາມ 20 ປີ​ ​ແລະ ມອບ​ລາງວັນຊາວ​ໜຸ່ມ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ ຫວຽດນາມ ປີ 2015 ​ໃຫ້ 10 ຄົນ ​ນີ້ແມ່ນ​ລາງວັນ​ຂອງ​​ສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ທີ່ມອບ​ໃຫ້​ບັນດາຊາວ​ໜຸ່ມ​ເປັນ​ແບບຢ່າງທີ່​ດີ​ເດັ່ນ ​ເຊິ່ງ​ມີ​ຜົນງານ ​ແລະ ການ​ອຸທິດ​ສ່ວນພົ້ນ​ເດັ່ນທີ່​ສຸດ​ໃນ​ປີ 2015 ​ໃນ​ບັນ​ດາ​ຂົງ​ເຂດ​ການຮ່ຳຮຽນ, ການຄົ້ນຄວ້າ​ວິທະຍາສາດ, ການອອກ​ແຮງ​ງານທຳ​ການ​ຜະລິດ, ການ​ບໍລິຫານ​ວິ​ສາ​ຫະກິດ, ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະ​ຫງົບ - ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ວັດທະນະທຳ - ສິລະ​ປະ, ກິລາ, ການ​ເຄື່ອນ​ໄຫວ​ດ້ານ​ສັງຄົມ - ການກຸສົນ. ​​ໃນ​ຕະຫລອດ20 ປີຜ່ານ​ມາ, ລາງວັນ​ໄດ້​ເຊີດ​ຊູຊາວ​ໜຸ່ມ​ທີ່​ດີ​ເດັ່ນ 200 ຄົນ. ອ້າຍ ຫງວຽນ​ດັກ ​ວີ​ງ ​ເລຂາ​​ທີ 1 ສູນ​ກາງ​ຊາວ​ໜຸ່ມ ​ໃຫ້​ຮູ້​ວ່າ:

        “ລາງວັນຊາວ​ໜຸ່ມ​ເປັນ​ແບບຢ່າງ​ທີ່ດີ​ເດັ່ນ ​ແມ່ນ​ລາງວັນອັນ​ສູງ​ສົ່ງ​ຂອງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ທີ່​ມີ​ຜົນງານດີ​ເດັ່ນ​ທີ່​ສຸດ. ​ໃນ 20 ປີຜ່ານມາ, ວຽກ​ງານ​ພິຈາລະນາ​ລາງວັນ ​ໄດ້​ຮັບການຈັດ​ຕັ້ງຢ່າງ​ເຂັ້ມ​ງວດ​ມີ​ຄຸນ​ນະພາ​ບ​ທີ່​ສຸດ. ຜ່ານ​ນັ້ນ ​ເລືອກ​ໄດ້ຊາວ​ໜຸ່ມ​ເປັນ​ແບບຢ່າງ​ທີ່ດີ​ເດັ່ນຫລາຍ​ຄົນ”.

ຂ່າວ/ບົດ​ອື່ນ