ສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຈີນ

 ສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຈີນ - ảnh 1
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​
ຫວຽດ​ນາມ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ
ພາບ:chinhphu.vn

(vovworld)-  ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ(18/1/1950-18/1/2015), ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ໄດ້​ແລກ​ປ່ຽນ​ໂທ​ລະ​ເລກ ອວຍ​ພອນ​ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫລີ​ເຄືອ​ຊຽງ ແລະ ຫົວ​ຫນ້າ​ ຄະ​ນະ​ກຳ​ມະ​ການ​ປະ​ຈຳ ສະ​ພາ​ຜູ້​ແທນ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ.

ໃນ​ໂທ​ລະ​ເລກ​ຂອງ​ບັນ​ດາ​ການ​ນຳ​ຫວຽດ​ນາມ ສົ່ງ​ເຖິງ​ການ​ນຳ​ຈີນ, ມີ​ຕອນ​ກ່າວ​ວ່າ: ໃນ 65 ປີ​ຜ່ານ​ມາ, ເຖິງວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບາງ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່​ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ສອງ​ຝ່າຍ, ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ ຍັງ​ຄົງ​ແມ່ນ​ປັດ​ໄຕ​ຕົ້ນ​ຕໍ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ ແລະ ຈີນ, ເລື່ອງ ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງບໍ່​ຢຸດຢັ້ງ ແມ່ນ​ສົມ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ ແລະ ຍາວ​ນານ​ຂ​ອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ປັບ​ປຸງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.   ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ: ໃນ​ຊ​ຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​, ກ​ານ​ຮ່ວມ​ມືຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ - ຈີນ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ຫນ້າ​ໃຫມ່.

        ​ໃນ​ໂທ​ລະ​ເລກ​ຂອງບັນ​ດາ​ການ​ນຳ​ຂັ້ນ​ສູງ​ຈີນ​ສົ່ງ​ເຖິງ​ການ​ນຳ​ຫວຽດ​ນາມ ມີ​ຕອນ​ກ່າວ​ວ່າ: “ຈີນ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ມາ​ຮອດ​ປະ​ຈຸ​ບັນ, ການ​ຮ່ວມ​ມື​ມິດ​ຕະ​ພາບ ຍາມ​ໃດ​ກໍ​ແມ່ນ​ປັດ​ໄຈ​ຕົ້ນ​ຕໍ​ໃນ​ການ​ພ​ົວ​ພັນ​ລະ​ຫວ່າງ ຈີນ ແລະ ຫວຽດ​ນາມ. ໃນ​ຊຸມ​ປີມໍ່ໆ​ມານີ້ ການ​ພົວ​ພັນ​ຄູ​່​ຮ່ວມ​ມື ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຈີນ -ຫວຽດ​ນາມ ຮັກ​ສາ​ທ່າ​ພັດ​ທະ​ນາ.        ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຈີນ ຢືນ​ຢັນ​ວ່າ: ພັກ ແລະ ລັດ​ຖະ​ບານ​ຈີນ ຖື​ການ​ພັດ​ທະ​ນາການ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ປ​າດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ສະ​ຖຽນ​ລະ​ພາບ ແລະ ກ້າວ​ຂຶ້ນ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັ​ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ກ​ໍ​ໄດ້​ແລ​ກ​ປ່ຽນ​ໂທ​ລະ​ເລກອວຍ​ພອ​ນ ກັບ​ທ່ານ ຫວາງ​ອີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ.

 

 

ຂ່າວ/ບົດ​ອື່ນ