ສະເຫລີມສະຫລອງວັນພາສາຝລັ່ງສາກົນ 20/3

(VOVWORLD) -ພິທີສະເຫລີມສະຫລອງວັນພາສາຝລັ່ງສາກົນໄດ້ດຳເນີນໃນຕອນຄ່ຳວັນທີ 16 ມີນາ ຢູ່ ຮ່າໂນ້ຍ ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບອົກງານພາສາຝລັ່ງ (OIF) ຈັດຕັ້ງ.
ສະເຫລີມສະຫລອງວັນພາສາຝລັ່ງສາກົນ 20/3 - ảnh 1 ພິທີສະເຫລີມສະຫລອງວັນພາສາຝລັ່ງສາກົນ

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກີມງອກ ໄດ້ຢືນຢັນວ່າ ດ້ວຍບົດບາດ, ທີ່ຕັ້ງນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເປັນເຈົ້າການ, ຕັ້ງຫນ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ, ການຮ່ວມມືໃນປະຊາຄົມພາສາຝລັ່ງ ພ້ອມແລ້ວທີ່ຈະປັນຂົວຕໍ່ໃຫ້ແກ່ການພັດທະນາພາສາຝລັ່ງຢູ່ ພາກພື້ນ ອາຊີ - ປາຊີຟິກ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກີມງອກ ໃຫ້ເວົ້າວ່າ:

        “ຫນຶ່ງໃນບັນດາຈຸດເດັ່ນຂອງການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນໄລຍະຜ່ານມາ ແມ່ນບັນດາການເຄື່ອນໄຫວຮ່ວມມືລັດຖະສະພາ. ຂ້າພະເຈົ້າຊົມເຊີຍ ແລະ ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ປະກອບສ່ວນອັນໃຫຍ່ຫລວງຂອງບັນດາຜູ້ແທນສະພາແຫ່ງຊາດຫວຽດນາມໃນການສ້າງຂໍ້ລິເລີ່ມ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືມິດຄະພາບ ແລະ ຄວາມສາມັກຄີໃນຂອບເຂດ ລັດຖະສະພາປະຊາຄົມບັນດາປະເທດເວົ້າພາສາ ລັ່ງ (APF) ກໍຄືລະຫວ່າງບັນດາລັດຖະສະພາສະມາຊິກ ພ້ອມທັງເພີ່ມທະວີປະສິດທິຜົນ ແລະ ບົດບາດຂອງບັນດາກົນໄກຂຶ້ນກັບAPF”

ຕອບກັບ

ຂ່າວ/ບົດ​ອື່ນ