ສະເໜີຕົວບ້ານເຕັກໂນໂລຊີລະດັບຊາດ AI- ປັນຍາປະດິດຢູ່ ເຫ້ວ

(VOVWORLD) -ທີ່ເວທີປາໄສ, ບັນດານັກຊ່ຽວຊານ, ວິສາຫະກິດ, ນາຍບ້ານເຕັກໂນໂລຊີ ໄດ້ແບ່ງປັນບົດຮຽນ, ສະເໜີມາດຕະການແກ້ໄຂ ເພື່ອຊຸກຍູ້ການພັດທະນາລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງ.
ສະເໜີຕົວບ້ານເຕັກໂນໂລຊີລະດັບຊາດ AI- ປັນຍາປະດິດຢູ່ ເຫ້ວ - ảnh 1(ທີ່ພິທີສະເໜີຕົວບ້ານເຕັກໂນໂລຊີ AI- ປັນຍາປະດິດຢູ່ ເຫ້ວ)

        ວັນທີ 27 ຕຸລາ, ຢູ່ນະຄອນ ເຫ້ວ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈັດເວທີປາໄສ “ພົບປະບັນດານາຍບ້ານເຕັກໂນໂລຊີລະດັບຊາດ, ສະເໜີຕົວບ້ານເຕັກໂນໂລຊີ AI- ປັນຍາປະດິດຢູ່ ເຫ້ວ ແລະ ການໂອ້ລົມສົນທະນາສ້າງລະບົບຊີວະພາບກຸງເກົ່າ ເຫ້ວ startup”.

        ທີ່ເວທີປາໄສ, ບັນດານັກຊ່ຽວຊານ, ວິສາຫະກິດ, ນາຍບ້ານເຕັກໂນໂລຊີ ໄດ້ແບ່ງປັນບົດຮຽນ, ສະເໜີມາດຕະການແກ້ໄຂ ເພື່ອຊຸກຍູ້ການພັດທະນາລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ:

        “ມະຕິຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ເທື່ອທຽນເຫ້ວ ຮອດປີ 2030, ວິໄສທັດຮອດປີ 2045 ໄດ້ກຳນົດວ່າ, ແຂວງ ເທື່ອທຽນເຫ້ວ ຈະສ້າງເປັນສູນວິທະຍາສາດໃຫຍ່ຂອງທົ່ວປະເທດ ແລະ ພວກຂ້າພະເຈົ້າຖືເອົາເລື່ອງເຮັດ startup, ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອຊຸກຍູ້ ເຫ້ວ ໃຫ້ກາຍເປັນສູນວິທະຍາສາດເຕັກໂນໂລຊີ”.

ຕອບກັບ

ຂ່າວ/ບົດ​ອື່ນ