ສະເໜີຕົວພັນທະມິດອາເມລິກາຂົນຂວາຍລົບລ້າງຄຳສັ່ງຂວ້ຳບາດກຸຍບາ

ສະເໜີຕົວພັນທະມິດອາເມລິກາຂົນຂວາຍລົບລ້າງຄຳສັ່ງຂວ້ຳບາດກຸຍບາ - ảnh 1
(ພາບ: elmundo.es)

​(vovworld) - ​​​ວັນ​ທີ 18/06, ຂໍ້​ມູນ​ທາງ​ການ Cubadebate ​ໃຫ້​ຮູ​້ວ່າ, ພັນທະ​ມິດ​ 2 ພັກ​ຝ່າຍຢູ່​ອາ​ເມ​ລິ​ກາ ​ໄດ້​ຂົນຂວາຍການ​ສະໜັບ​ສະ​ໜູນການ​ລົບ​ລ້າງຄຳ​ສັ່ງ​ຂວ້ຳ​ບາດ​​ຢູ່ກຸຍ​ບາ ທີ່​​ໃສ່​ຊື່ວ່າ “Engage Cuba” ​ໄດ້​ຈັດ​ພິທີ​ສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ ​ແລະ ​​ເປີດ​ເວັບ​ໄຂ ​ໃນ​ເຄືອ​ຂ່າ​ຍສັງຄົມ Facebook. ​ໃນ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ເຫດການ​ນີ້ ມີ​ທ່ານ​ Jeff Flake, ສະມາຊິກ​ສະພາ​ສູງພັກສາ​ທາ​ລະນະ ລັດ Arizona, ທ່ານ Roberta Jacobson, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ ​ແລະ ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ອາ​ເມ​ລິ​ກາ ກັບ​ກຸຍ​ບາ ​ແລະ​ ທ່ານ Jose Ramon Rodriguez, ຫົວໜ້າ​ຄະນະ​ເຈລະຈາ​ທາງ​ການ​ທູດ​​ກຸຍ​ບາ ປະຈຳ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ