ສະເໜີຕົວແວບໄຊ 12 ພາສາຂອງ ວິທະຍຸກະຈາຍສຽງ ຫວຽດນາມ

ສະເໜີຕົວແວບໄຊ 12 ພາສາຂອງ ວິທະຍຸກະຈາຍສຽງ ຫວຽດນາມ - ảnh 1
ທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ກ່າວປາໄສນະພິທີ

ວັນ​ທີ 16/1, ລະບົບ​ລາຍການ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ - ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປາ​ກາດ​ແວບ​ໄຊທາງ​ອິນ​ເຕີ​ເນັດ​ຂອງ​ຕົນ ​​ໂດຍມີ 2 ລະຫັດ​ຄື: vovworld.vn ​ແລະ vov5.vn. ນີ້​ແມ່ນ​ແວບ​ໄຊ​ດ້ວຍ​ 12 ພາສາ ​ໃນ​ນັ້ນ​ມີ 11 ພາສາ​​ຕ່າງປະ​ເທດ ​ແລະ ພາສາ​ຫວຽດນາມ​ສຳລັບ​ຊາວ​ຫວຽ​ດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ທີ່​ແວບ​ໄຊ, ​ນອກ​ຈາກ​ການ​ແນະນຳ​ເທບ​ບັນທຶກ​ສຽງເນື້ອ​ໃນ​ທັງ​ໝົດ​ຂອງ 12 ລາຍການ​ກະຈາຍສຽງພາສາ​ຕ່າງປະ​ເທດໃນ​ຮອບ​ເວລາ 1 ອາທິດ​ແລ້ວ, ບັນດາ​ເນືອ​ໃນ​ຕົ້ນ​ຕໍ່​ຂອງ​ບັນດາ​ລາຍການ​ກໍ່​ໄດ້​​ແນະນຳ​ເປັນ​ລາຍ​ລັກ​ອັກສອນ ​ເພື່ອ​ແນ​ໃສ່ສະ​ເໜີບັນດາ​ຂໍ້​ມູນ​ຂ່າວ​ກ່ຽກັບປະ​ເທດ​ຊາດ, ຊາວ​ຫວຽດນາມ​ມາ​ຍັງ​ທ່ານ​ຜູ້​ອ່ານ ​ແລະ ທ່ານ​ຜູ້​ຟັງ​ໃນ​ທົ່ວ​ໂລກ. ທີ່​ພິທີ, ທ່ານ​ນາງ Anissa Barrak, ຜູ້ອຳນວຍການ​​ພາສາ​ຝຣັ່ງສາກົນ ພາກ​ພື້ນ​ອາຊີ - ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເວົ້າວ່າ:

“ມື້​ນີ້, ພວກ​ເຮົາ​ໄດ້​ເປີດ​ແວບ​ໄຊ​ດ້ວຍ​ຫຼາຍ​ພາສາ ​ແລະ ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ​ບັນດາ​ຜູ້​ຈັດ​ຕັ້ງ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ພະນັກງານ, ພາລະ​ກອນ​ທັງ​ໝົດ​ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽ​ດນາມ​ໄດ້​ສ້າງ​ແວບ​ໄຊ​ນີ້ ​ເພາະ​ວັດທະນະທຳມີ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ພາສາ​ທີ່​ອຸດົມສົມ​ບຸນ ນັ້ນ​ກໍ່​ແມ່ນ​ຂົວ​ເຊື່ອມ​ຕໍ​​ໃຫ້​ແກ່ການ​ສົນທະນາ​ລະ​ຫວ່າງ​ບັນດາ​ປະ​ເທດ”

​ແລະກໍ່​ທີ່​ພິທີ, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງຫວຽດນາມ​​ເນັ້ນ​ໜັກ​ວ່າ:

“​​ແວບ​ໄຊ​ຂອງ​ພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຈະ​​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ກະ​ແສ​ຂໍ້​ມູນ​ຂ່າວສານ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ປະ​ເທ​ດຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ຂອງ​ປະ​ເທດຊາດ ​ແລະ ​ແນະນຳ​ປະ​ເທດ​ຊາດ, ຊາວ​ຫວຽດນາມ​ຕໍ່​ໂລກ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າຈະ​​ເຊື່ອມ​ໂຍງ​ເຂົ້າ​ກັບໂລກ​ຢ່າງ​ເລິກ​ເຊິ່ງກ່ວາ ​ແລະ ​ໂລກ​ຈະ​​ເຂົ້າ​ໃຈ​ພວກ​ຂ້າພະ​ເຈົ້າ​ຫຼາຍກ່ວາ”

ຂ່າວ/ບົດ​ອື່ນ