ສະເໜີປື້ມກ່ຽວກັບພົນເອກ ຫວໍງວຽນຢາບ

ສະເໜີປື້ມກ່ຽວກັບພົນເອກ ຫວໍງວຽນຢາບ - ảnh 1
(ພາບ: vietnamplus.vn)

ຕອນ​ບ່າຍ​ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ ​ແນະນຳປື້​ມທີ່​ມີ​ຫົວ​ຂໍ້​ວ່າ ”ຢູ່​ກັບ​ຄົນ, ກັບ​ຊີວິດ” ​ເຊິ່ງຂຽນ​ກ່ຽວ​ກັບ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ປື້​ມຫົວ​ນີ້​ລວມມີ 20 ບົດ​ ຂອງ​ບັນດາ​ນາຍ​ພົນ, ນັກ​ຄົ້ນ​ຄ້ວາ​ປະຫວັດສາດ, ນັກ​ປະພັນ, ນັກ​ຂ່າວ, ນັກ​ຄົ້ນ​ຄ້ວາ… ທັງ​ຢູ່​ພາຍ​ໃນ ​ແລະ​ຕ່າງປະ​ເທດ ທີ່​ຂຽນ​ກ່ຽວ​ກັບ​ຊີວິດ​ປະຈຳ​ວັນ​ຂອງພົນ​ເອກ ຫວໍ​ງວຽນ​ຢາ​ບ. ນັ້ນ​ແມ່ນ​ຮູບ​ພາບ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່​​ໄກ້​ສິດຕິດ​ແທດ​ກັບ​ປະຊາຊົນ ​ແລະ​ ນັກຮົບ, ດຳລົງ​ຊີວິດ​ເຈືອ​ຈານພ້ອມກັບ ປະຊາຊົນ ທຸ​ກຊັ້ນ​ວັນນະ ​​ແລະ ​ໄກ້​ສິດ​ກັບ​ທຳ​ມະ​ຊາດ. ທ່ານ​ຮອງ​ລັດ​ຖະມົນຕີກະຊວງ​ຖະ​ ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ ​ໂດກ​ວີ໋ຢວານ, ​ໃຫ້​ຮູ້​ວ່າ:

”​ເມື່ອ​ເວົ້າ​ເຖິງ​ຫວຽດນາມ, ຜູ້​ທີ່​ໄດ້​ຮັບ​ເຕື້ອງ​ເຖິງ​ຫຼາຍ​ສຸດ ຖັກ​ຈາກ​ປະທານ ​ໂຮ່ຈີ​ມິນ ນັ້ນ​ແມ່ນ ພົນ​ເອກຫວໍ​ງວຽນ​ຢາ​ບ. ພົນ​ເອກຫວໍ​ງວຽນ​ຢາ​ບ​ໄດ້​ຮັບ​ຄວາມ​ນິຍົມ​ນັບຖື​ຈາກ​ປະຊາຊົນ​ຫວຽດນາມ​ທຸກ​ຊັ້ນ​ວັນນະ ​ແລະ ​ເພື່ອນ​ມິດສາ​ກົນ. ​ພົນ​ເອກຫວໍ​ງວຽນ​ຢາ​ບ ​ແມ່ນ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທັງ​ດ້ານ​ວັດທະນະທຳ ​ແລະ​ການ​ທະຫານ. ​ເມື່ອ​ຕໍ່ສູ້​ຕ້ານ​ສັດຕູ, ຍາມ​ໃດ​ເພິ່ນ​ກໍ່ເລືອກ​ເອົາ​ວິທີ​ການ​ສູ້​ຮົບ​ທີ່ມີ​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ​ໜ້ອຍ​ທີ່​ສຸດ​ໃຫ້​ແກ່​ນັກຮົບ”.

ຂ່າວ/ບົດ​ອື່ນ