ສະເໜີຮັບຮອງພິທີບູຊາທະຫານປ້ອງກັນໝູ່ເກາະຮ່ວາງຊາແມ່ນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງ

ສະເໜີຮັບຮອງພິທີບູຊາທະຫານປ້ອງກັນໝູ່ເກາະຮ່ວາງຊາແມ່ນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງ - ảnh 1
ປ່ອຍເຮືອລົງໜ້ານ້ຳ - ພິທີການທີ່ຂາດບໍ່ໄດ້ໃນພິທີບູຊາທະຫານຮ່ວາງຊາໃນເກາະຫຼີເຊີນ
(ພາບ: Pháp luật TP HCM)

(vovworld) – ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ຫງາຍ ​ໄດ້​ສ້າງ​ສຳ​ເລັດ​ສຳ​ເນົາ​ວິທະຍາສາດ​ ຍື່ນ​ສະ​ເໜີ​ຄະນະ​ກຳມະການ​ປະຊາຊົນ​ແຂວງພິຈາລະນາ ​ເພື່ອ​ສະ​ເໜີ​ຕໍ່​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮັບຮອງ​ພິທີ​​ບູຊາ​ທະຫານປ້ອງ​ກັນໝູ່​​ເກາະຮ່ວາງ​ຊາ ​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ນີ້​ແມ່ນ​ງານ​ບຸນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ກອງ​ກຳລັງ​ທະຫານ​ຮ່ວາງ​ຊາ, ​ເຈື່ອງ​ຊາ ທີ່​ໄດ້​ເສຍສະຫຼະ​ຊີວິດ ​ເມື່ອ​​ໄປ​ປັກ​ຫຼັກ​ໝາຍ​ຊາຍ​ແດນ, ຕັ້ງ​ແຜ່ນ​ສີ​ລາ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ດຣ ຫງວຽນ​ດັງ​ຫວູ, ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງກວາງ​ຫງາຍ, ​ໃຫ້​ຮູ້​ວ່າ:

“ພິທີ​ບູຊາ​ທະຫານ​ຮ່ວາງ​ຊາ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ທີ່​ອຸດົມສົມບູນ ​ແລະ ລ້ຳ​ຄ່າ​ທີ່​ສຸດ, ມັນ​ໄດ້​ປະກອບສ່ວນ​ຢືນຢັນ​ອະທິປະ​ໄຕ​ດິນ​ແດນ​ຂອງ​ພວກ​ເຮົາ, ​ເຊິ່ງບັນດາ​ວົງ​ຕະກຸນ​ໃນ​ເກາະ​ຫຼີ​ເຊີນ​ເຄີຍ​ປະຕິບັດ ຜ່ານ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ຢັ້ງຢືນ​ອະທິປະ​ໄຕ​ຂອງ​ພວກ​ເຮົາ​ໃນ​ໝູ່​ເກາ​ຮ່ວາງ​ຊາ“

ຂ່າວ/ບົດ​ອື່ນ