ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ - ảnh 1
ທ່ານ​ດິງ​ເທ້​ຮີງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສ​າ​ສູນ​ກາງ ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ
(vovworld)- ວັນ​ທີ 28/4 , ທ່ານ​ດິງ​ເທ້​ຮີງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສ​າ​ສູນ​ກາງ ພ້ອມ​ດ້ວຍ​ຄະ​ນະ ໄດ້​ໄປ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ເຂດ​ສຸ​ສານນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທາງຫຼວງ​ເລກ 9, ເຂດ​ສຸ​ສານນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເຈືອງ​ເຊີນ, ກຳ​ແພງ​ເກົ່າ ກວາງ​ຈິ ແລະ ເຂດ​ສຸ​ສານນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດເມືອງ ຈ້ຽງ​ຟອງ ແຂວງກວາງ​ຈິ. ຢູ່​ບັນ​ດາ​ເຂດ​ສຸ​ສານ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທ່ານ​ດິງ​ເທ້​ຮີງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສ​າ​ສູນ​ກາງ ພ້ອມ​ດ້ວຍ​ຄະ​ນະ ໄດ້​ວາງ​ພວງມາ​ລາ, ​ຖະ​ຫວາຍດອກ​ໄມ້​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ , ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ຂອງບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.
ຂ່າວ/ບົດ​ອື່ນ