ສະໄໝປະຊຸມທີ 2 ອະນຸກຳມະການ ການຄ້າປະສົມຫວຽດນາມ- ປາກີສະຖານ

ສະໄໝປະຊຸມທີ 2 ອະນຸກຳມະການ ການຄ້າປະສົມຫວຽດນາມ- ປາກີສະຖານ - ảnh 1

(ພາບ:vccinews.vn)

( vovworld ) – ສະໄໝປະຊຸມທີ 2 ອະນຸກຳມະການການຄ້າປະສົມຫວຽດນາມ-ປາກີສະຖານ ຫາກໍ່ອັດລົງພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 2 ວັນຢູ່ນະຄອນຫຼວງອິດສລາມາບາດ ປະເທດປາກີສະຖານ. ທີ່ການປະຊຸມ, ສອງຝ່າຍໄດ້ເຫັນດີກັບບັນດາມາດຕະການຄືລົບລ້າງຮົ້ວກີດຂວາງດ້ານການຄ້າ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດາວິສາຫະກິດສອງ​ປະ​ເທດ ​ເຂົ້າຮ່ວມ​ການ​ເຄື​ອ່ນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ ​ແລະ ຊອກ​ຮູ້, ຄົ້ນພົບ​ຕະຫຼາດ​ແຕ່ລະ​ປະ​ເທດ. ພ້ອມ​ທັງ​ສະ​ເໜີ​ການ​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ພັດທະນາ​ການ​ຄ້າປາກີສະຖານ ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ 500 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ​ການ​ເງິນ 2012-2013. ຝ່າຍປາກີສະຖານ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ຫວຽດນາມ ຈະ​ສ້າງ​ເງື່ອ​ນໄຂ​ອຳນວຍ​ຄວາມ​ສະດວກກ່ວາ​ອີກ​ໃຫ້​ແກ່​ນັກທຸລະກິດປາກີສະຖານ, ພິ​ເສດ​ໃນ​ກາ​ນອອກ​ວີ​ຊາ​ເຂົ້າຫວຽດນາມ. ​ໃນ​ຂອບ​ເຂດ​ສະ​ໄໝ​ປະຊຸມ, ສອງ​ຝ່າຍ​ໄດ້​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳປາກີສະຖານ ຮັບ​ຮູ້​ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ທີ່​ຄົບ​ຖ້ວນ.

 

 

 

ຂ່າວ/ບົດ​ອື່ນ