ສະໜັບສະໜູນກອງທຶນເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ ຈຳນວນເງິນ 120 ຕື້ດົ່ງ

ສະໜັບສະໜູນກອງທຶນເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ ຈຳນວນເງິນ 120 ຕື້ດົ່ງ - ảnh 1
ການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຄອບຄົວທຸກຍາກ
(ພາບປະກອບ)

(vovworld) – 126 ຕື້​ດົ່ງ ​ແມ່ນ​ໝາກຜົນ​ແຫ່ງການ​ຂົນຂວາຍສະໜັບສະໜູນ​ໃຫ້​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ຮັບ​ຮູ້​ທີ່​ກອງ​ປະຊຸມ​ສະຫຼຸບ​ບັ້ນ​ຂົນຂວາຍ​ປີ 2012 ​ແລະ ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ປີ 2013, ​ໂດຍ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 2/4. ​ໃນ​ປີຜ່ານມາ, ກອງ​ທຶນ​ເພື່ອ​ຜູ້​ທຸກ​ຍາກນະຄອນ ​ໄດ້​ສຸມ​ໃສ່​ເບິ່ງ​ແຍງ​ດູ​ແລ​​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ ປະຊາຊົນ​ທຸກ​ຍາກ​ຢູ່ 15 ຕາ​ແສງ ທີ່ມີ​ອັດຕາ​ຄອບຄົວ​ທຸກ​ຍາກ​ສູງ. ​ໃນ​ນັ້ນ​ໄດ້​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈກ່ວາ 80 ຫຼັງ, ມອບ​ທຶນ​ສຶກສາໃຫ້ 2.600 ຄົນ, ສະໜອງພາຫະນະ​ໄປ​ຮຽນ​ໃຫ້​ນັກຮຽນ, ນັກ​ສຶກສາທຸກ​ຍາກ 130 ຄົນ. ປີ 2013, ນະຄອນ​ສູ້​ຊົນ​ຂົນຂວາຍ​ສະໜັບສະໜູນ​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກໃຫ້ໄດ້​ຢ່າງ​ໜ້ອຍ​ສຸດ 80 ຕື້​ດົ່ງ ​ເພື່ອ​​ເບິ່ງ​ແຍງ​ດູ​ແລ​ໃຫ້​ປະຊາຊົນ​ທຸກ​ຍາກ. ທ່ານ ຮິ່ງດັງ​ລີງ, ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

“​ໃນ​ປີ 2013, ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ 3 ໜ້າ​ທີ່​ຕົ້ນ​ຕໍ່. ທີ​ໜຶ່ງ​ແມ່ນ​ແກ້​ໄຂ​ບັນດາ​ຄວາມ​ຕ້ອງການ​ໂດຍ​ພື້ນຖານ​ກ່ຽວ​ກັບ​ເຮືອນຢູ່, ທຶນ​ການ​ສຶກສາ​ໃຫ້​ພວກ​ຫຼານ. ທີ​ສອງ​ແມ່ນ​ຕັດສິນ​ໃຈ​ຂົນ​ຂວາ​ຍ​ເພື່ອ​ມີ​ເງິນ​ຊື້​ບັດປະກັນ​ສຸຂະພາບ ​ໃຫ້​ທຸກຄອບ​ຄົວ​​ທຸກ​ຍາກ​ຂອງ​ນະຄອນ. ທີສາມ​ແມ່ນ, ​ເຮັດ​ແນວ​ໃດ​ເພື່ອ​ປະກອບສ່ວນ​ຊ່ວຍ​​ໃຫ້ 18 ​ຕາ​ແສງ ມີ​ອັດຕາ​ຄອບຄົວ​ທຸກ​ຍາກ​ສູງ​ກວ່າໝູ່ໃນນະຄອນຫຼຸດ​ອັດຕາຄອບຄົວ​ທຸກ​ຍາກ​ລົງແຕ່ 5 10%”

ຂ່າວ/ບົດ​ອື່ນ