ສະໜາມບິນZaventemຢູ່ແບນຊິກໄດ້ເຄື່ອນໄຫວຄືນໃໝ່

ສະໜາມບິນZaventemຢູ່ແບນຊິກໄດ້ເຄື່ອນໄຫວຄືນໃໝ່ - ảnh 1
ສະໜາມບິນZaventemຢູ່ແບນຊິກໄດ້ເຄື່ອນໄຫວຄືນໃໝ່
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 03/04, ເຮືອ​ບິນ​​​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈາກສະ​ໜາມ​ບິນ Zaventem ຢູ່​ນະ​ຄອນ​ຫຼວງບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ ໄປ​ເຖິງ​ນະ​ຄອນ Faro, ປະ​ເທດ​ປອກ​ຕຸຍ​ການ​ ແລະ ໄດ້​ກາຍ​ເປັນ​ຖ້ຽ​ວ​ບິນ​ທຳ​ອິດ​ທີ່​ເລີ່ມ​ບິນ​ຈາກ​ສະ​ໜາມ​ບິນນີ້ ນັບ​ແຕ່​ພາຍ​ຫຼັງ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 22/03. ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ແລະ ວົງ​ການ​ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​ໄດ້​ເຂົ້າ​ຮ່ວມ​ເຫດ​ການນີ້​ສະ​ຫງວນ​ເວ​ລາ 1 ນາ​ທີເພື່ອ​ໄວ້​ອາ​ໄລ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​​ຈາກ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ສະ​ໜາມ​ບິນນີ້ ແລະ ສະ​ຖ​າ​ນີ​ລົດ​ໄຟ​ໃຕ້​ດິນ​ຢູ່​ນະ​ຄອນ​ຫຼວງ ບຣຸກ​ແຊນ ເມື່ອ​ວັນ​ທີ 22/03, ເຮັດ​ໃຫ້ 32 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 300 ຄົນ​ຮັບ​ບາດ​ເຈັບ. 2 ຖ້ຽວ​ບິນ​ອື່ນ​ກໍ່​ເລີ່ມ​ບິນ​ໃນ​ວັນ​ທີ 03/04 ເຖິງ Athens, ​ປະ​ເທດເກຼັກ ແລະ Turin, ​ປະ​ເທດອີ​ຕາ​ລີ. ຈຳ​ນວນ​ຖ້ຽວ​ບິນ​ຈະ​ເພີ່ມ​ຂຶ້ນ​ໃນ​ຊຸມ​ມື​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ