ສະໜາມບິນສາກົນ ຢູ່ນະຄອນຫຼວງ Tripoli ຖືກປິດລ້ອມ

ສະໜາມບິນສາກົນ ຢູ່ນະຄອນຫຼວງ Tripoli ຖືກປິດລ້ອມ - ảnh 1
ການນຳສະໜາມບິນ ເຈລະຈາ ກັບບັນດາມືປືນ
(ພາບ: Reuters)

(vovworld) – ວັນ​ທີ 4/6, ກອງ​ພົນ​ນ້ອຍ​ປະກອບ​ອາວຸດກອງ​ໜຶ່ງ ​ໄດ້​ບຸກ​​ໂຈມ​ຕີ ​ແລະ ປິດ​ລ້ອມ​ສະໜາມ​ບິນ​ສາກົນ Tripoli ຢ່າງຮອບດ້ານ, ​ເຮັດ​ໃຫ້​ບັນດາ​ຖ້ຽວ​ບິນ​ຕ້ອງ​ຍ້າຍ​ໄປ​ສະໜາມ​ບິນ​ທະ​ຫານ ຢູ່​ນະຄອນຫຼວງ Tripoli ຂອງ​ ລີ​ບີ. ມີ​ພະລາກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ສະໜາມ​ບິນ​ຜູ້​ໜຶ່ງ​ທີ່​ບໍ່​ເຜິ​ຍນາມໃຫ້​ຮູ້​ວ່າ: ປະຈຸ​ບັນ, ສະພາບ​ການ​ຢູ່​ສະໜາມ​ບິນ​ສັບສົນ​ທີ່​ສຸດ, ລົດ​ຕັງ ​ໄດ້​ປິດ​ລ້ອມ​ເຂດສຳນັກງານ ​ແລະ ບໍ່​ມີ​​ໃຜ​ສາມາດ​ເຂົ້າ​ໃນ​ໄດ້. ສຳນັກ​ຂ່າວສານ​ແຫ່ງ​ລັດ Lana ​ໄດ້​ໃຫ້​ຂ່າວ​ວ່າ: ຢ່າງ​ນ້ອຍ​ສຸດ​ມີ​ພະລາກອນ 1 ຄົນ​ຂອງ​ສະໜາມ​ບິນ​ຖືກ​ບາດ​ເຈັບ ​ແລະ ບັນດາ​ມື​ປືນ​ໄດ້​ເຮັດ​ໃຫ້​ແຂ​ກສະທ້ານ​ຢ້ານ​ກົວ. ສຳນັກ​ຂ່າວສານ Lana ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ຕົວພະຍາ​​ຄົນ​ໜຶ່ງ​ທີ່​ຢືນຢັນ​ວ່າ: ກຳລັງ​ບຸກ​ໂຈມ​ຕີ​ສະໜາມ​ບິນ​ສາກົນ Tripoli ຢາກ​ກໍ​ຄວາມ​ກົດດັນ ​ທວງ​ໃຫ້ສະພາ​ຊົນ​ເຜົ່າ​ໄລຍະ​ຂ້າມ​ຜ່ານ (NTC) ກຳ​ອຳນາດ​ຢູ່ ລີ​ບີ ​ເຮັດ​ຈະ​ແຈ້ງການລອບ​ຈັບ​ຕົວ ທ່ານ​ພັນ​​ເອກ Abu Oegeila al Hebeishi, ​ຜູ້​ບັນຊາ​ການ​ກອງ​ພົນ​ນ້ອຍ Al Awfea, ກຸ່ມ​ປະກອບ​ອາວຸດ​ທີ່​ມາ​ຈາກ​ເທດ​ສະບາ​ນ​ເມືອງ Tarhouna, ຫ່າງ​ຈາດ​ນະຄອນຫຼວງ Tripoli 80 ກມ ​ໄປທາງ​ທິດຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ​ແມ່ນ​ກຸ່ມ​ດຳ​ເນີນ​ການ​ປິດ​ລ້ອມ​ສະໜາມ​ບິນ Tripoli.

ຂ່າວ/ບົດ​ອື່ນ