ສາກົນໃຫ້ຂ່າວກ່ຽວກັບການເຄື່ອນໄຫວສະຖາປະນາປະເທດຫວຽດນາມທີ 2/9

ສາກົນໃຫ້ຂ່າວກ່ຽວກັບການເຄື່ອນໄຫວສະຖາປະນາປະເທດຫວຽດນາມທີ 2/9 - ảnh 1
ພາບປະກອບ

(vovworld) - ວັນ​ທີ 1 ​ແລະ ວັນ​ທີ 2/9, ໜັງສື​ພິມ​ສຳຄັນ​ຕ່າງໆ​ຂອງ​ລາວ​ຄື​ປະຊາຊົນ, ປະ​ເທດ​ລາວ, KPL new, ວຽນ​ຈັນທາ​ມ, ລາວ​ພັດທະນາ​… ລ້ວນ​ແຕ່​ລົງ​ພິມ​ໃນ​ໜ້າ​ທຳ​ອິດ​ໂທລະ​ເລກ​ອວຍພອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມະລີ ​ໄຊ​ຍະ​ສອນ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ​ທຳ​ມະ​ວົງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ທີ່​ອວຍພອນ​ວັນຊາດ​ຄັ້ງ​ທີ 69 ຂອງ​ຫວຽດນາມ, ​ເຊິ່ງ​ໃນ​ນັ້ນ​ລ້ວນ​ແຕ່​ຢືນຢັນ​ຈະ​ພ້ອມ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ ​ແລະ ພັດທະນາຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ວັນ​ສະຖາປະນາ​ປະ​ເທດ​ຫວຽດນາມ​ຢູ່​ລາວ, ບັນດາ​ໜັງສືພິມ​ດັ່ງກ່າວ​ກໍ່​ໄດ້​ລົງ​ພິມ​ຂ່າວ, ພາບ​ກ່ຽວ​ກັບ​ບັນຍາກາດ​ຕ້ອງ​ຮັບ​ວັນຊາດ​ຢູ່​ຫວຽດນາມ, ​ແລະ ຢືນຢັນ​ບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຕອນ​ຄຳ່​ວັນ​ທີ 1/9, ສຳນັກງານ​ປະທານາທິບໍດີ​ອິນ​ເດຍ, ​ໄດ້​ອອກ​ແຈ້ງ​ຂ່າວ​ສື່ສານ​ກ່ຽວ​ກັບ​ໂທລະ​ເລກ​ອວຍພອນ​ຂອງ​ປະທານາທິບໍດີ Pnanab Mukherjee ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງວັນ ສະຖາປະນາ​ປະ​ເທດ​ຫວຽດນາມ​. ​ໃນ​ໂທລະ​ເລກ​ອວຍພອນ​ທີ່ຝາກເຖິງປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ, ປະທານາທິບໍດີ Pnanab Mukherjeeຊີ້​ແຈ້ງວ່າ, ອິນ​ເດຍ ​ແລະ ຫວຽດນາມ ​ແມ່ນ​ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະໜິດ​ແໜ້ນ​ມາ​ແຕ່​ດົນ​ນານ. ອິນ​ເດຍຖື​ເປັນ​ສຳຄັນ​ຄູນ​ຄ່າ​ຂອງ​ສາຍ​ພົວພັນ​ມິດຕະພາບ​ນີ້ ​ແລະ ຖື​ຫວຽດນາມ​ແມ່ນ​ເພື່ອນ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ພ້ອມ​ທັງ​ຫວັງ​ວ່າ​ຈະ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ໃກ້ໆ​ນີ້ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມື, ການ​ຮ່ວມ​ມື ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

       

       

ຂ່າວ/ບົດ​ອື່ນ