ສ້າງກົນໄກທີ່ສະດວກເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ

ສ້າງກົນໄກທີ່ສະດວກເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ - ảnh 1
ວາລະປະຊຸມຄັ້ງທີ 40 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:TTXVN)

(vovworld) - ​​ໃຫ້​ຄວາມ​ເຫັນ​​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍການ​ຮັບ​ຂໍ້​ມູນ​ຂ່າວສານ​ໃນ​ວາລະ​ປະຊຸມ​ທີ່​ໄດ້​ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 12/8, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖື​ວ່າ: ກົດໝາຍ​ສະບັບນີ້​​ເມື່ອປະກາດ​ໃຊ້​ຕ້ອງ​ສ້າງກົນ​ໄກ​ສະດວກ ​ເພື່ອ​​ໃຫ້ປະຊາຊົນ​ປະຕິບັດ​ສິດ​​ໄດ້​ຮັບຂໍ້​ມູນ​ຂ່າວສານ, ​ແກ້​ໄຂ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະພາບ​ການ​ຕົວ​ຈິງ​ຂອງ​ຊີວິດ​ການ​ເປັນ​ຢູ່. ຕ້ອງ​ຄິດ​ໄລ​ຄືນ​ຂອບ​​ເຂດການ​​ປັບປຸງ​ຂອງ​ຮ່າງ​ກົດໝາຍ, ​ເປີດ​ກ້ວາງ​ຕາມ​ທິດຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ອື່ນໆ​ນອກຈາກອົງການ​ແຫ່ງ​ລັດ​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ເຖິງ​ຂອບ​​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາ.

        ຕອນ​ບ່າຍ​ວັນ​ທີ 12/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ໃຫ້​ຄວາມ​ເຫັນ​​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ແລະ ກົດ​ໝາຍວ່າ​ດ້ວຍ​ຄວາມປອດ​ໄພດ້ານ​ຂໍ້​ມູນ​ຂ່າວສານ.

ຂ່າວ/ບົດ​ອື່ນ