ສ້າງກົນໄກສະດວກກວ່າໃນການດຶງດູດຜູ້ເກັ່ງກ້າໃຫ້ແກ່ປະເທດຊາດ

ສ້າງກົນໄກສະດວກກວ່າໃນການດຶງດູດຜູ້ເກັ່ງກ້າໃຫ້ແກ່ປະເທດຊາດ - ảnh 1
ພາບ​ປະ​ກອບ:internet



(vovworld)- ​ ຕອນ​ບ່າຍ​ວັນ​ທີ 26/12 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ກະ​ຊວງ​ພາຍ​ໃນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ດຶງ​ດູດ, ສ້າງ​ແຫລ່ງ​ພະ​ນັກ​ງານ ຈາກ​ນັກ​ສຶກ​ສາ​ທີ່​ເສັງ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້​ຄະ​ແນນ​ສູງ​, ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ຫນຸ່ມ. ດ້ວຍ​ບັນ​ດາ​ຂໍ້​ກຳ​ນົດ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ລະ​ບຽບ​ການ​ຮັບ​ສະ​ໝັກ​ພະ​ນັກ​ງານ​ແມ່ນ​ງ່າຍ​ດາຍ, ​ຮ່າງດຳ​ລັດ​​ດັ່ງ​ກ່າວ​ຈະ​ແມ່ນ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ການ​ດຶງ​ດູດ​ນັກ​ສຶກ​ສາ​ດີ​ເດັ່ນ​ເຂົ້າ​ເຮັດ​ວຽກ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ກໍ​ຄື ດຶງ​ດູດ​ຜ​ູ້​ເກັ່ງ​ກ້າ​ພວມ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກັບ​ຄືນ​ເມືອ​ອຸ​ທິດ​ສ່ວນ​ໃຫ້​ປະ​ເທດ​ຊາດ. ບ​ັນ​ດາ​ນະ​ໂຍ​ບາຍ​ໃນ​ດຳ​ລັດ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ທົ​ດ​ລອງ ນັບ​ແຕ່​ປີ 2016 ຮອດ​ປີ 2020 ດ້ວຍ​ຄວາມ​ຫວັງ​ຢາດ​ດຶງ​ດູດ​ຜູ້​ເກັ່ງ​ກ້າ​ຢ່າງ​ຫນ້ອຍ​ສຸດ 1.000 ຄົນ​ໃຫ້​ແກ່​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ