ສ້າງກອບຮ່ວມມືກ່ຽວກັບມໍລະດົກຂ້າມຊາຍແດນ
(VOVWORLD) - ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ.
ການນຳຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: baoquangtri.vn) |
ຕອນເຊົ້າວັນທີ 16 ກັນຍາ, ຢູ່ຕາແສງ ດົ່ງເຫີຍ (ແຂວງ ກວ໋າງຈິ, ຫວຽດນາມ) ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ໄດ້ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງ ຄຳມ່ວນ (ລາວ), ໂຄງການປ້ອງກັນ ແລະ ນຳໃຊ້ລະບົບນິເວດປ່າ ແລະ ຊີວະນາໆພັນ (ProFEB) ແບບຍືນຍົງ, ໄດ້ຈັດກອງປະຊຸມສໍາມະນາສາກົນຄັ້ງທີ 2 ກ່ຽວກັບການ “ສ້າງກອບຮ່ວມມື ມໍລະດົກຂ້າມຊາຍແດນປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ (ຫວຽດນາມ) ກັບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ (ລາວ). ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ມີບັນດາການເຄື່ອນໄວອະນຸລັກຮັກສາຊີວະນາໆພັນ, ຄົ້ນຄວ້າວິທະຍາສາດ, ພັດທະນາການທ່ອງທ່ຽວນິເວດ, ຍົກສູງຄ່າຄອງຊີບຂອງວົງຄະນະຍາດ ແລະ ບໍລິຫານມໍລະດົກຂ້າມຊາຍແດນ; ຜ່ານນັ້ນ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກລວມໃຫ້ແກ່ລຸ້ນຄົນປັດຈຸບັນ ແລະ ລຸ້ນຕໍ່ໆໄປ.
ໃນລະຫວ່າງວັນທີ 15 – 19 ກັນຍາ, ສອງຝ່າຍຈະຍົກອອກການວິເຄາະ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງວິໄສທັດໄລຍະກາງ ແລະ ໄລຍະຍາວ ແລະ ບັນດາເປົ້າໝາຍຮ່ວມມືຄຸ້ມຄອງ. ບັນດາຂໍ້ສະເໜີກໍເນັ້ນໜັກເຖິງເປົ້າໝາຍປົກປັກຮັກສາມໍລະດົກຂ້າມຊາຍແດນ, ພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບວັດທະນະທຳ ແລະ ການຮັກສາວິທີຫາເງິນລ້ຽງຊີບແບບຍືນຍົງ.