ສ້າງກະແສການລົງທຶນຂອງນັກທຸລະກິດຍີ່ປຸ່ນ ເຂົ້າຫວຽດນາມ

ສ້າງກະແສການລົງທຶນຂອງນັກທຸລະກິດຍີ່ປຸ່ນ ເຂົ້າຫວຽດນາມ - ảnh 1

(ພາບປະກອບ:vcci.com.vn)

(TTX)- ວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI), ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳຍີ່ປຸ່ນ (JCCI) ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ປະຊາ​ຄົມ​ນັກ​ທຸລະ​ກິດ​ຫວຽດນາມ-​ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ການ​ນຳ ​ແລະ ນັກທຸລະກິດ​ຍີ່ປຸ່ນ ມາ​ຫວຽດນາມ ​ເພື່ອ​ແນ​ໃສ່​ຊອກ​ຫາ​ກາລະ​ໂອກາດ, ສົ່ງ​ເສີມ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​​ໃນການ​ໂອ້​ລົມ​ສົນທະນາ, ທ່ານ​ດຣ Vu Tien Loc ປະທານ VCCI ​ເນັ້ນຫນັກ​ວ່າ: ຍີ່ປຸ່ນ ​ໄດ້​​ເລືອກການມາ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້ກໍ່​ໝາຍ​ຄວາມ​ວ່າ ວາງ​ຈຸດ​ສຸມ​ຈະ​ລົງທຶນ​ເຂົ້າຫວຽດນາມ.  ການ​ໂອ້​ລົມ​ສົນທະນາຄັ້ງນີ້​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ​ລະອຽດ​ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ຫວັງ​ວ່າ​ຈະ​ສ້າງ​ກະ​ແສ​ການລົງທຶນ​ຂອງ​ນັກທຸລະກິດ​ຍີ່ປຸ່ນ​ ເຂົ້າຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ສ່ວນ​ທ່ານ Tadashi Okamra ປະທານ JCCI ​ໃຫ້​ຮູ້​ວ່າ​ສອງ​ຝ່າຍ​ໄດ້​ວາງ​ຈຸດໝາຍ​ຮອດ​ປີ 2020 ຈະນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ 40 ຕື້​ໂດ​ລາ​ສະຫະລັດ.

ຂ່າວ/ບົດ​ອື່ນ