ສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນເມື່ອສົ່ງສິນຄ້າໄປຍັງຕະຫຼາດໂຮນລັງ

(VOVWORLD) -ມີຫຼາຍຜະລິດຕະພັນກະເສດຂອງຫວຽດນາມ ຄື: ສິນໃນນ້ຳ, ໝາກພິກໄທ, ຢາງພາລາ ແລະ ເຂົ້າສານ ທີ່ສົ່ງອອກໄປຍັງ ໂຮນລັງ ໄດ້ເພີ່ມຂຶ້ນຢ່າງແຮງ.
ສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນເມື່ອສົ່ງສິນຄ້າໄປຍັງຕະຫຼາດໂຮນລັງ - ảnh 1(ພາບປະກອບ: TTXVN)

ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ, ມີຫຼາຍຜະລິດຕະພັນກະເສດຂອງຫວຽດນາມ ຄື: ສິນໃນນ້ຳ, ໝາກພິກໄທ, ຢາງພາລາ ແລະ ເຂົ້າສານ ທີ່ສົ່ງອອກໄປຍັງ ໂຮນລັງ ໄດ້ເພີ່ມຂຶ້ນຢ່າງແຮງ.

        ຕາມການສະຖິຕິແລ້ວ, ພາຍຫຼັງສັນຍາ EVFTA ໄດ້ຮັບການປະຕິບັດ, ການສົ່ງອອກສິນໃນນ້ຳໄດ້ເພີ່ມຂຶ້ນ 20,2%; ໝາກພິກໄທເພີ່ມຂຶ້ນ 20,9%; ຢາງພາລາເພີ່ມຂຶ້ນ 11,9% ແລະ ພິເສດແມ່ນເຂົ້າສານໄດ້ເພີ່ມຂຶ້ນ 83,7%. ຕາມທ່ານ ຫວູບ໊າຟູ໊, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າຫວຽດນາມ) ແລ້ວ, ແຕ່ດົນນານມາແລ້ວ ໂຮນລັງ ໄດ້ຮັບຖືວ່າແມ່ນປາກປະຕູເພື່ອແຊກເຂົ້າຕະຫຼາດອີຢູ, ເປັນແຫ່ງສົ່ງຕໍ່ສິນຄ້າແຖວໜ້າຂອງເອີລົບ ແລະ ໂລກ, ໂດຍສະເພາະແມ່ນບັນດາຜະລິດຕະພັນກະເສດຄືຜັກ, ໝາກໄມ້. ຍ້ອນເຫດນັ້ນ, ສັນຍາ EVFTA ແມ່ນໄມ້ງັດສ້າງກາລະໂອກາດໃໝ່ຫຼາຍຢ່າງກວ່າອີກໃຫ້ແກ່ກຫວຽດນາມ ແລະ ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ