ສ້າງ​ຂົວ​ເຊື່ອມ​ຕໍ່​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ສົ່ງ​ອອ​ກ​ໄປ​ຍັງ ຍີ່​ປຸ່ນ

(VOVWORLD) - “ເຖິງວ່າໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນກໍຕາມ, ແຕ່ໃນ 4 ເດືອນຕົ້ນປີ  2021, ວົງເງິນນຳເຂົ້າ - ສົ່ງອອກລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຍັງບັນລຸ 16 ຕື້ USD, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນ. ພ້ອມກັນນັ້ນ, ໂຄງປະກອບສິນຄ້ານຳເຂົ້າ - ສົ່ງອອກ ລະຫວ່າງສອງປະເທດກໍ່ມີລັກສະນະເສີມສ້າງແກ່ກັນ ເພາະວ່າ ຍີ່ປຸ່ນ ແມ່ນປະເທດທີ່ມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ເຄື່ອງໃຊ້ສອຍ, ໃນຂະນະນັ້ນ ຫວຽດນາມ ພັດແມ່ນປະເທດທີ່ມີທ່າແຮງບົ່ມຊ້ອນກ່ຽວກັບການຜະລິດບັນດາປະເພດສິນຄ້າດັ່ງກ່າວ”. 
ສ້າງ​ຂົວ​ເຊື່ອມ​ຕໍ່​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ສົ່ງ​ອອ​ກ​ໄປ​ຍັງ ຍີ່​ປຸ່ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ມີຄວາມພາກພຸມໃຈ ເມື່ອໝາກລີ້ນຈີ ຫວຽດນາມ ໄດ້ວາງຂາຍຢູ່ຮ້ານສັບພະສິນຄ້າ ຍີ່ປຸ່ນ (ພາບ: TTXVN)

 ນີ້ແມ່ນຄຳຢືນຢັນຂອງທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃນກອງປະຊຸມແລກປ່ຽນສິນຄ້າຜະລິດຕະພັນກະເສດ, ສະບຽງອາຫານ ຫວຽດນາມ - ຍີ່ປຸ່ນ ປີ 2021 ໂດຍກົມສົ່ງເສີມການຄ້າ ຈັດຂຶ້ນໃນວັນທີ 2 ມິຖຸນາ ຂຶ້ນຕາມຮູບການທາງອອນລາຍ. ຕາມທ່ານ ຫວູບ໊າຝຸ ແລ້ວ, ກອງປະຊຸມດັ່ງກ່າວ ໄດ້ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 50 ແຫ່ງ ແນະນຳກ່ຽວກັບບັນດາຜະລິດຕະພັນທີ່ດີຂອງ ຫວຽດນາມ ແລະ ເໝາະສົມກັບຄວາມຕ້ອງການຂອງໂຮງຈັກໂຮງງານ ແລະ ຜູ້ບໍລິໂພກອຸປະໂພກ ຍີ່ປຸ່ນ ເຊິ່ງລວມມີ: ຜັກ, ໝາກໄມ້ຊະນິດຕ່າງໆ, ສະບຽງອາຫານແຫ້ງ, ສິນໃນນ້ຳ, ສິນທະເລ ແລະ ເຄື່ອງດື່ມ…. ດັ່ງນັ້ນ, ນີ້ແມ່ນໂອກາດເພື່ອຊ່ວຍໃຫ້ບັນດາຝ່າຍແລກປ່ຽນ, ສຶກສາຄວາມຕ້ອງການ, ກຳລັງຄວາມສາມາດຂອງກັນຕື່ມອີກ ເພື່ອພົວພັນແລກປ່ຽນ ແລະ ລົງນາມໃນສັນຍາສະບັບຕ່າງໆ, ຜ່ານນັ້ນ ກໍ່ເປັນຂົວຕໍ່ນຳຜະລິດຕະພັນກະເສດຂອງ ຫວຽດນາມ ສົ່ງອອກໄປຍັງ ຍີ່ປຸ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ