ສ້າງຄວາມກະຈ່າງແຈ້ງດ້ານຂໍ້ມູນ ກ່ຽວກັບຜະລິດຕະພັນກະເສດ ແລະ ສິນໃນນຳ້ ຫວຽດນາມ

ສ້າງຄວາມກະຈ່າງແຈ້ງດ້ານຂໍ້ມູນ ກ່ຽວກັບຜະລິດຕະພັນກະເສດ ແລະ ສິນໃນນຳ້ ຫວຽດນາມ - ảnh 1
ທ່ານຮອງລັດຖະມົນຕີ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າກົງຕວນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: qdnd.vn)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “​ເພີ່​ມທະວີ​ກຳລັງ​ຄວາມ​ສາມາດ​ແກ່ງ​​ແຍ້​ງ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​​ໃນ​ນ້ຳ ຫວຽດນາມ, ສ້າງ​ຄວາມກະຈ່າງ​ແຈ້ງ​ດ້ານຂໍ້​ມູນ​, ​ເສັ້ນທາງ​​ພັດທະນາ​ແບບ​ຍືນ​ຍົງ” ​ໄດ້​ຖືກຈັດ​ຕັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/7, ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ກະສິກຳ​ໃຫ້​ຮູ້​ວ່າ: ປີ 2011, ຜ່ານ​ອົງການ GCF, ລັດຖະບານ​ ​ແດນ​ມາກ​ໄດ້​ໜູນ​ຊ່ວຍ​ລະບົບ ກຳນົດ​ຕົ້ນ​ກຳ​ເນີ​ດເອກ​ເລກ​ໂຕ​ນິກ ​ໃຫ້​ແກ່​ວິ​ສາ​ຫະກິດ​ສົ່ງ​ອອກ ຫວຽດນາມ. ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ໄດ້​ສ້າງ​ສຳ​ເລັດ​ການ​ສ້າງ​ຊອບ​ແວກຳນົດ​ຕົ້ນ​ກຳ​ເນີ​ດ​ເອກ​ເລກ​ໂຕ​ນິກ ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ຄື: ກຸ້ງ, ປາ​ຈາ, ຜັກ​, ໝາກ​ໄມ້ ​ແລະ ​ໄດ້​ໝູນ​ໃຊ້​ຢູ່ 12 ວິ​ສາ​ຫະກິດ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ສຳ​ເລັດ​ຜົນ.  ກອງ​ປະຊຸມ​ສຳ​ມະ​ນາ​ກໍ່​ໄດ້​​ສະ​ເໜີ​ບັນດາ​ອົງການ​ຄຸ້ມ​ຄອງ​ແຫ່ງ​ລັດ​ຄື: ກະຊວງ​ການ​ຄ້າ, ພາສີ, ກົມ​ຮັບປະ​ກັນຄວາມ​ປອດ​ໄພຫຼັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ (ຂຶ້ນ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ) ຄວນ​ປະກາດ​ໃຊ້​ບັນດາ​ຂໍ້ກຳນົດ​ສົ່ງ​ເສີ່​ມການ​ນຳ​ໃຊ້ຮູບ​ການກຳນົດ​ຕົ້ນ​ກຳ​ເນີ​ດເອກ​ເລກ​ໂຕ​ນິກ ​ແລະ ສ້າງສາ​ຍພົວພັນ​ຮ່ວມ​ມື​ກັບ​ບັນດາ​ອົງການ​ມາດຖານ​ເອກະລາດ​ສາກົນ.

ຂ່າວ/ບົດ​ອື່ນ