ສ້າງຄວາມສະດວກເພື່ອໃຫ້ນັກທຸລະກິດຍິງພັດທະນາເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ

ສ້າງຄວາມສະດວກເພື່ອໃຫ້ນັກທຸລະກິດຍິງພັດທະນາເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ - ảnh 1
ເວທີ​ປາ​ໄສນັກທຸລະກິດ​ຍິງ ອາ​ຊຽນ ຄັ້ງ​ທີ 2
(ພາບອິນເຕີແນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 04/03, ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ເວທີ​ປາ​ໄສ “ນັກທຸລະກິດ​ຍິງ ອາ​ຊຽນ” ຄັ້ງ​ທີ 2. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ຖື​ວ່າ: ຫວຽດນາມ ກ້າວ​ເຂົ້າ​ຊາຍ​ຄາ​ລວມ ອາ​ຊຽນ ຢ່າງ​ເປັນ​ທາງ​ການ ດ້ວຍ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມຕັດສິນ​ໃຈ​ສູງ​ໃນ​ການ​ເຊື່ອມ​ໂຍ​ງ​ເສດຖະກິດ​ກັບພາກ​ພື້ນ ​ແລະ ສາກົນ, ຫວຽດນາມ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ, ກໍ່​ຄື​ນຳ​ໃຊ້​ບັນດາ​ກ​າລະ​ໂອກາດ​ຈາກ​ການ​ເຊື່ອມ​ໂຍງ. ທ່ານ​ນາງ ຫງວຽນ​ທິຢວານ ​ໃຫ້​ຮູ້​ວ່າ:

        “​ເວທີ​ປາ​ໄສ​ໃນ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ອັນ​ລ້ຳ​ຄ່າ​ເສີມ​ຂະຫຍາຍ​ບັນດາ​ທ່າ​ແຮງ​ໃນ​ເງື່ອນ​ໄຂ​ໃໝ່ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ ​ແລະ ການ​ຄ້າ​ໃນ​ພາກ​ພື້ນ; ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ຍິງກໍ່​ຮ່າງ​ສ້າງ​ຕົວ ຍົກ​ສູງທັກ​ສະ​ໃນການ​ຄຸ້ມ​ຄອງ. ພ້ອມກັນ​ນັ້ນ, ​ເວທີ​ປາ​ໄສ ກໍ່ສະ​ເໜີ​ແນະ​ບັນດານ​ະ​ໂຍບາຍ​ໃນ​ພາ​ກພື້ນ ​ເພື່ອ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ໜູນ​ຊ່ວຍ​​ບັນດາ​ນັກທຸລະ​ກິດ​ຍິງ​ໃຫ້​ພັດທະນາ”

        ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຮຽກຮ້ອງວ່າ: ຄຽງ​ຂ້າງ​ບັນດາ​ຄວາມ​ມະ​ນາ​ພະຍາຍາມ​ຂອງ​ລັດຖະບານ, ອົງການ, ຄະນະ, ຂະ​ແໜງ​ການ, ສະຫະ​ສະມາຄົມ…​ບັນດາ​ວິ​ສາ​ຫະກິດ​ເວົ້າ​ລວມ ​ແລະ ບັນດາ​ນັກທຸລະກິດ​ຍິງຢາກປະສົບ​ຜົນສຳ​ເລັດ ​​ແມ່ນຕ້ອງ​ຂະຫຍັນ​ຂັນ​ເຄື​່ອນມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ໄຈ້​ແຍກ, ຄາດ​ຄະ​ເນ​ສະພາບ​ການ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ຄວາມ​ສາມາດຄຸ້ມ​ຄອງ, ຄຸນ​ນະພາ​ບຜະລິດ​ຕະພັນ, ສະມັດ​ຕະພາບ​ແຮງ​ງານຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ