ສ​້າງ​ຊາວ​ໜຸ່ມ​ຫວຽດ​ນາມ ໃຫ້​ມີ​ອຸ​ດົມ​ການ​ປະ​ຕິ​ວັດ, ມີ​ນ້ຳ​ໃຈ​ຮັກ​ຊາດ ແລະ​ ຄວາມເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ

(VOVWORLD) - ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນ 980 ທ່ານ, ເປັນຕົວແທນໃຫ້ພະນັກງານ, ສະມາຄົມ, ຊາວໜຸ່ມ 21 ລ້ານຄົນໃນທົ່ວປະເທດ.
 
ສ​້າງ​ຊາວ​ໜຸ່ມ​ຫວຽດ​ນາມ ໃຫ້​ມີ​ອຸ​ດົມ​ການ​ປະ​ຕິ​ວັດ, ມີ​ນ້ຳ​ໃຈ​ຮັກ​ຊາດ ແລະ​ ຄວາມເອກ​ອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ - ảnh 1ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: doanthanhnien.vn)

ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ 9  (ອາຍຸການ 2024 – 2029) ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ. ກອງປະຊຸມໃຫຍ່ແມ່ນເຫດການການເມືອງໃຫຍ່ຂອງໄວໜຸ່ມ, ແມ່ນວັນບຸນສາມັກຄີຂອງຊາວໜຸ່ມ ຫວຽດນາມ ທຸກຊັ້ນວັນນະ. ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນ 980 ທ່ານ, ເປັນຕົວແທນໃຫ້ພະນັກງານ, ສະມາຄົມ, ຊາວໜຸ່ມ 21 ລ້ານຄົນໃນທົ່ວປະເທດ.

        ດ້ວຍຄຳຂວັນທີ່ວ່າ: ຊາວໜຸ່ມ ຫວຽດນາມ ຮັກຊາດ - ຄວາມຄາດຫວັງ - ສາມັກຄີ - ປະຈັນບານ - ປະດິດຄິດສ້າງ - ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່”, ກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ 9 ຈະສະຫຼຸບ, ຕີລາຄາວຽກງານການເຄື່ອນໄຫວຂອງສະຫະພັນ ແລະ ຂະບວນການຊາວໜຸ່ມ ອາຍຸການທີ 8, ສ້າງເປົ້າໝາຍ, ໜ້າທີ່,  ມາດຕະການເສີມຂະຫຍາຍວຽກງານສະຫະພັນ ແລະ ຂະບວນການຊາວໜຸ່ມ ອາຍຸການທີ 9 (2024 – 2029); ປະຊຸມເຈລະຈາແຕ່ງຕັ້ງຄະນະກຳມະການສູນກາງ ສະຫະພັນຊາວໜຸ່ມ ຫວຽດນາມ ຊຸດທີ 9 (ອາຍຸການ 2024 – 2029). ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:

        “ຄຳຂັວນຂອງກອງປະຊຸມໃຫຍ່ ແມ່ນຊາວໜຸ່ມ ຫວຽດນາມ ຮັກຊາດ. ນ້ຳໃຈຮັກຊາດ ຍາມໃດກໍຝັງເລິກໃນໃຈຊາວໜຸ່ມແຕ່ລະຄົນ ແຕ່ຄວາມຮັບຜິດຊອບຂອງສະຫະພັນແມ່ນເຮັດແນວໃດປຸກລຸກໄດ້ຄວາມຮັກຊາດນັ້ນ. ອາຍຸການກ່ອນແມ່ນ “ວິວັດທະນາການ ຂ້າພະເຈົ້າຮັກຊາດ”, ອາຍຸການນີ້ຍັງຄົງແມ່ນຂະບວນການ “ຂ້າພະເຈົ້າຮັກຊາດ”. ພວກຂ້າພະເຈົ້າ ກໍຍົກອອກປັດໄຈອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳຂອງຊາດ, ເພາະວ່າສຳລັບບໍ່ວ່າການພັດທະນາໃດ ພື້ນຖານວັດທະນະທຳຍັງເປັນກົກ”.

        ຕາມອ້າຍ ຫງວຽນເຕື່ອງເລິມ ແລ້ວ, ກອງປະຊຸມໃຫຍ່ ຕັດສິນໃຈຜັນຂະຫຍາຍບັນດາການເຄື່ອນໄຫວປັບປຸງ, ພັດທະນາການຈັດຕັ້ງສະຫະພັນຊາວໜຸ່ມໃຫ້ໝັ້ນຄົງເຂັ້ມແຂງ; ເປີດກວ້າງແນວໂຮມສາມັກຄີ, ເຕົ້າໂຮມຊາວໜຸ່ມ ຫວຽດນາມ ທຸກຊັ້ນວັນນະ; ສ້າງຊາວໜຸ່ມ ຫວຽດນາມ ຍຸກໃໝ່ທີ່ມີອຸດົມການປະຕິວັດ, ມີນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ມີເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມຄາດຫວັງຢາກອຸທິດສ່ວນ.


ຕອບກັບ

ຂ່າວ/ບົດ​ອື່ນ