ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​​ໃນ​ການພັດ​ທະ​ນາ​ຂະ​ແໜງ​ຊັບ​ພະ​ຍາ​ກອນທ​ຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຈົນ​ຮອດ​ປີ 2030, ວິ​ໄສ​ທັດ 2040

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງເຂົ້າ ຮ່າງໂຄງການ“ຍຸດທະສາດແຫ່ງຊາດໃນການພັດທະນາຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈົນຮອດປີ 2030, ວິໄສທັດ 2040”.
ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​​ໃນ​ການພັດ​ທະ​ນາ​ຂະ​ແໜງ​ຊັບ​ພະ​ຍາ​ກອນທ​ຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຈົນ​ຮອດ​ປີ 2030, ວິ​ໄສ​ທັດ 2040 - ảnh 1ພາບປະກອບ (ພາບ: tainguyenmoitruong.vn

ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ສົມທົບກັບກອງທຶນ Hanns Seidel Stiftung (ເຢຍລະມັນ) ຈັດຕັ້ງກອງປະຊຸມສຳມະນາ “ທາບທາມຄຳເຫັນກ່ຽວກັບຍຸດທະສາດແຫ່ງຊາດໃນການພັດທະນາຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈົນຮອດປີ 2030, ວິໄສທັດ 2040”.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວໍຕວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຳມະນາຂອງ ສະຖາບັນຍຸດທະສາດ, ນະໂຍບານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງ ກອງທຶນ Hanns Seidel Stiftung ໃນການພັດທະນາ ແລະ ສ້າງນະໂຍບາຍຊັບພະນາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ ຫວຽດນາມ ໃຫ້ສົມບູນແບບ. ທ່ານ ຫວໍຕວນເຍິນ ໃຫ້ຂໍ້ສັງເກດວ່າ ກອງປະຊຸມສຳມະນາມີຄວາມໝາຍສຳຄັນ ແລະ ນີ້ແມ່ນໂອກາດເພື່ອໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແນະນຳໂດຍສັງເຂດກ່ຽວກັບຂະແໜງ ແລະ ຮ່າງໂຄງການຍຸດທະສາດ, ແລກປ່ຽນ, ແບ່ງປັນ ແລະ ຮັບຟັງບັນດາຄຳເຫັນຂອງ ນັກຊ່ຽວຊານພາຍໃນປະເທດ ແລະ ສາກົນ ກ່ຽວກັບ ຮ່າງໂຄງການຍຸດທະສາດ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງເຂົ້າ ຮ່າງໂຄງການ“ຍຸດທະສາດແຫ່ງຊາດໃນການພັດທະນາຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈົນຮອດປີ 2030, ວິໄສທັດ 2040”.

ຕອບກັບ

ຂ່າວ/ບົດ​ອື່ນ