ສ້າງຕັ້ງລະບົບຕີລາຄາ ແລະ ອອກໃບຢັ້ງຢືນຄວາມຊຳນານງານແຫ່ງຊາດ ຢູ່ ຫວຽດນາມ.

ສ້າງຕັ້ງລະບົບຕີລາຄາ ແລະ ອອກໃບຢັ້ງຢືນຄວາມຊຳນານງານແຫ່ງຊາດ ຢູ່ ຫວຽດນາມ. - ảnh 1
ພາບປະກອບ:internet


 (vovworld) -  ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 1 ​ໃນ​ຂອບ​ເຂດ​ໂຄງການ“ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ
​ເພື່ອ​ສ້າງ​ຕັ້ງ​ລະບົບ​ຕີ​ລາຄາ ​ແລະ ອອກ​ໃບ​ຢັ້ງຢືນ​ຄວາມ​ຊຳນານ​ງານ​ແຫ່ງ​ຊາດ ຢູ່ ຫວຽດນາມ” ດຳ​ເນີນ​ໄປ​ໃນ​ວັນ​ທີ 24/4 ຢູ່ ຮ່າ​ໂນ້ຍ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ສະ​ແດງ​ໃຫ້​ເຫັນ​ວ່າ: ຢູ່ ຫວຽດນາມ ບັນດາ​ຄວາມ​ຊຳນານ​ງານ​ຜ່ານ​ການ​ບຳລຸງ​ສ້າງ​ແມ່ນ​ໄດ້​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຜ່ານ​​ໃບ​ຢັ້ງຢືນ ​ໂດຍ​ຮາກ​ຖານ​ບຳລຸງ​ສ້າງ​ຕີ​ລາຄາ, ຢັ້ງຢືນ. ທ່ານ Mac Van Tien ຫົວຫນ້າ​ສະ​ຖາ​ບັ​ນຄົ້ນ​ຄ້ວາ​ວິ​ທະຍາ​ສາດ​ສອນ​ວິຊາ​ຊີບ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ສ້າງ​ລະບົບ​ມາດ​ຕະຖານ​ຄວາມ​ຊຳນານ​ງານ​ແຫ່ງ​ຊາດ​ມຸ່ງ​ໄປ​​ເຖິງ​ມາດ​ຕະຖານ ອາ​ຊຽນ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​​ໃນ​ປະ​ຈຸ​ບັນ. ທ່ານ​ກ່າວ​ວ່າ

“ຕາມ​ບັນດາ​ການ​ນຳ ອາ​ຊຽນ ຮອດ​ປີ 2015, ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ອາ​ຊຽນ, ​ ໄລຍະ​ນັ້ນພວກ​ເຮົາ​ກ້າວ​ໄປ​ເຖິງ​ການ​ຮັບ​ຮູ້​ຄວາມ​ຊຳນານ​ງານ​ລະຫວ່າງ​ຄົນ​ງານ​​ຂອງ​ບັນດາ​ປະ​ເທດ ອາ​ຊຽນ. ໝາຍ​ຄວາມ​ວ່າ ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່ ອິນ​ໂດ​ເນ​ເຊຍ ຫລື ມາ​ເລ​ເຊຍ ກໍ​ລ້ວນ​ແຕ່​ໄດ້​ຮັບ​ຮູ້​ຄື​ກັນ ​ແລະ ມີ​ສິດ​​ໄດ້ຮັບ​ເງິນ​ເດືອນ​ເທົ່າ​ກັນ. ​ເພາະສະ​ນັ້ນ ພວກ​ເຮົາ​ຕ້ອງ​ສ້າງ​ລະບົບ​ມາ​ດ​​ຕະຖານ​ຄວາມ​ຊຳນານ​ງານຄື​ແນວ​ໃດ ​ເພື່ອ​ໃຫ້​ເຂົາ​ເຈົ້າຮັບ​ຮູ້​ພວກ​ເຮົາ ​ແລະ ພວກ​ເຮົາ​ຮັບ​ຮູ້​ເຂົາ​ເຈົ້າ.”

ຜ່ານ​ອົງການ​ຮ່ວມ​ມື​ສາກົນ ສ​ເກົາຫລີ​,​ ລັດຖະບານ ສ​ເກົາຫລີ ຈະ​ຫນູນຊ່ວຍ​ຫວຽດນາມ​ ຜັນ​ຂະຫຍາຍ​ໂຄງການ“ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ເພື່ອ​ສ້າງ​ຕັ້ງ​ລະບົບ​ຕີ​ລາຄາ ​ແລະ ອອກ​ໃບ​ຢັ້ງຢືນ​ຄວາມ​ຊຳນານ​ງານ​ລະດັບ​ຊາດ ຢູ່ ຫວຽດນາມ, ດ້ວຍ​​ເງິນ​ຈຳ​ນວນ 1.800.000 USD ຕາມ​ຮູບ​ການທຶນ ODA ຊ່ວຍ​ເຫລືອ​ລ້າ.

ຂ່າວ/ບົດ​ອື່ນ