ສ້າງນະໂຍບາຍອາຍາເພື່ອປົກປ້ອງສິດທິມະນຸດ, ສິດພົນລະເມືອງໃຫ້ດີກວ່າເກົ່າ

ສ້າງນະໂຍບາຍອາຍາເພື່ອປົກປ້ອງສິດທິມະນຸດ, ສິດພົນລະເມືອງໃຫ້ດີກວ່າເກົ່າ - ảnh 1
ທ່ານ ຮ່ວາງ​ເທ​ລຽນ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​
ພາບ:internet


(vovworld) -  ຕອນ​ບ່າຍ​ວັນ​ທີ 4/5, ທ່ານ ຮ່ວາງ​ເທ​ລຽນ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຫວຽດນາມ​ໄດ້​ເປັນ​ປະທານ​ການ​ປະຊຸມ​ກັບ​ຄະນະ​ຮຽບຮຽງປະມວນ​ກົດໝາຍ​ອາຍາ(ສະບັບ​ປັບປຸງ)ກ່ຽວ​ກັບ​ບັນດາ​ການ​ກຳນົດ​ທິດ​ພື້ນຖານ​ເພື່ອ​ສ້າງຮ່າງ​ປະມວນ​ກົດໝາຍ​ອາຍາ(ສະບັບ​ປັບ​ປຸງ). ຄະນະ​ຮຽບຮຽງ​ຍົກ​ອອກ 5 ບັນຫາ​ພື້ນຖານ ​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ​ປະມວນ​ກົດໝາຍ​ອາຍາ ນັ້ນ​ແມ່ນ​ສ້າງ​ປະມວນ​ກົດໝາຍ​ອາຍາ(ສະບັບ​ປັບ​ປຸງ) ຕາມ​ທິດ​ສ້າງ​ນະ​ໂຍບາຍ​ອາຍາ​ປົກ​ປ້ອງ​ບັນດາ​ສິດທິ​ມະນຸດ​, ສິດ​ພື້ນ​ຖານ​ຂອງ​ພົນລະ​ເມືອງ​ໃຫ້​ດີ​ກວ່າ​ເກົ່າ, ສ້າງປະມວນ​ກົດໝາຍ​ອາຍາ(ສະບັບ​ປັບ​ປຸງ) ປະກອບສ່ວນ​ປົກ​ປ້ອງ ​ແລະ ຊຸກຍູ້​ການ​ພັດທະນາ​ຢ່າງ​ໂປ່​ງ​ໃສ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄວາມປອດ​ໄພ​ທົ່ວ​ສັງຄົມ.

ຂ່າວ/ບົດ​ອື່ນ