ສ້າງວິທະຍຸກະຈາຍສຽງຫວຽດນາມກາຍເປັນກຸ່ມສື່ສານດ້ວຍຫລາຍຮູບການ

ສ້າງວິທະຍຸກະຈາຍສຽງຫວຽດນາມກາຍເປັນກຸ່ມສື່ສານດ້ວຍຫລາຍຮູບການ - ảnh 1
ທ່ານ ຫງວຽນ​ເທ​ກີ໋,ຜູ້​ອຳ​ນວຍ​ການ​ໃຫຍ່ VOV
ພາບ:TTXVN
(vovworld)-​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ດັກ​ລັກ, ຕອນ​ເຊົ້າ​ວັນ​ທີ 24/4, ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ.

        ກ່ອນ​ຫນ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 23/4, ທ່ານ ຫງວຽນ​ເທ​ກີ໋ ໄດ້​ໄປ​ຢ້ຽມ​ຢາມ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ຂາ ​ຢູ່​ນະ​ຄອນ ບວນ​ມາ​ທວດ ແລະ ຫ້ອງ​ການ​​ຊ່ອງ​ໂທ​ລະ​ພາບ​ສະ​ພາ​ແຫ່ງ​ຊາດ ສາ​ຂາ ຢູ່ ໄຕ​ງວຽນ ແລະ ສຳ​ນັກ​ງານ VOV ປະ​ຈຳ ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ເວົ້າ​ວ່າ:

        “ພວກ​ເຮົາ​ຕ້ອງ​ກຳ​ນົດ​ຍຸດ​ທະ​ສາດ​ສ້າງ VOV ກາຍ​ເປັນ​ກຸ່ມ​ສື່​ສານ​ ລວມ​ມີ: ກະ​ຈາຍ​ສຽງ, ໂທ​ລ​ະ​ພາບ, ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕ​ນິກ. ແຕ່​ລະ​ຮູບ​ການ​ທັງ​ພັດ​ທະ​ນາ​ຢ່າງ​ແຮງ ທັງ​ສົມ​ທົບ​ນຳ​ກັນ, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ຍູ້​ແຮງ​ເຄື່ອງ​ໝາຍ VOV ພັດ​ທະ​ນາ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ