ສ້າງວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

(VOVWORLD) -ຕາມທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ ແລ້ວ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ຕະຫຼາດແຮງງານຫຼຸດລົງ, ມີຜູ້ອອກແຮງງານຫຼາຍຄົນຖືກຫວ່າງງານ, ລາຍຮັບຕົ້ນກໍ່ຖືກສູນເສຍໄປ… ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ.
ສ້າງວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 1(ທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ)

          ຕອນເຊົ້າວັນທີ 31 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ໄດ້ເລີ່ມຕົ້ນວາລະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມເປັນເວລາ 2 ວັນ. ພ້ອມກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມ, ການສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໃນສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

        ຕາມທ່ານນາງ ດິງທິງອັກຢຸງ, ສະມາຊິກສະພາແຫ່ງຊາດແຂວງ ຫາຍເຢືອງ ແລ້ວ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ຕະຫຼາດແຮງງານຫຼຸດລົງ, ມີຜູ້ອອກແຮງງານຫຼາຍຄົນຖືກຫວ່າງງານ, ລາຍຮັບຕົ້ນກໍ່ຖືກສູນເສຍໄປ… ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ. ສະນັ້ນ, ຮຽກຮ້ອງຕ້ອງຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານຢ່າງທັນການ. ກໍ່ເຕື້ອງເຖິງບັນຫານີ້, ທ່ານນາງ ໂຕອາຍວາງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຊອັກຈັງ, ຖືວ່າ, ປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມປະຊາຄົມເສດຖະກິດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເລື່ອງລົງນາມໃນບັນດາສັນຍາການຄ້າໄດ້ເປີດກາລະໂອກາດສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າ, ແຕ່ໄປພ້ອມກັນນັ້ນກໍ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນອັດຕາຫວ່າງງານເພີ່ມຂຶ້ນ.

        ໃນຂະນະນັ້ນ, ທ່ານ ເຢືອງຄັກມາຍ, ສະມາຊິກສະພາແຫ່ງຊາດແຂວງ ດັກນົງ, ຖືວ່າ:

        “ລັດຖະບານຊີ້ນຳການສ້າງລະບົບນະໂຍບາຍ, ກົດໝາຍວ່າດ້ວຍການໜູນຊ່ວຍສັງຄົມໃຫ້ສົມບູນແບບ, ການພັດທະນາລະບົບປະກັນສັງຄົມຢ່າງຄົບຊຸດ, ເປັນຫຼາຍຮູບຫຼາຍແບບ… ລັດຈະອາດພິຈາລະນາໜູນຊ່ວຍກອງທຶນປະກັນສັງຄົມໂດຍສະໝັກໃຈ ເພື່ອສົ່ງເສີມການເຂົ້າຮ່ວມກອງກຸ່ມຜູ້ອອກແຮງງານນອກລະບົບ, ຊາວກະສິກອນ; ມີກົນໄກສົ່ງເສີມ, ສ້າງສະພາບແວດລ້ອມທີ່ສະດວກເພື່ອພັດທະນາບັນດາຮູບແບບຮັບປະກັນຊີວິດສັງຄົມເປັນຫຼາຍຮູບຫຼາຍແບບ ເພື່ອຮັບປະກັນການປະຕິບັດບັນດາສິດພື້ນຖານຂອງມະນຸດໃຫ້ນັບມື້ນັບດີກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ